ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 75 ປີ

(VOVWORLD) - ດ້ວຍການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ຈະພັດທະນາແຮງກ່ວາເກົ່າ ເພື່ອຜົນປະໂຫຍດຂອງທັງ 2 ຝ່າຍ.
ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 75 ປີ - ảnh 1 ພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 75 ປີ (2/9/1945 – 2/9/2020) ພາບ: Vietnam+

  ວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 75 ປີ (2/9/1945 – 2/9/2020) ດ້ວຍການເຂົ້າຮ່ວມຂອງພະນັກງານສະຖານທູດ, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ອົດສະຕາລີ  ແລະ ຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ອົດສະຕາລີ, ນັກປັນຍາຊົນ, ນັກທຸລະກິດ, ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ອົດສະຕາລີ, ພ້ອມດ້ວຍເພື່ອນມິດຊາວ ອົດສະຕາລີ.

ທີ່ພິທີ, ທ່ານນາງ ຟ້າມຖຸ໊ຍງາ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ອົດສະຕາລີ ຢືນຢັນວ່າ: ຫວຽດນາມ ພວມມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍ, ໜ້າທີ່ວາງອອກໃຫ້ສຳເລັດ ແລະ ກະກຽມກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ວາງອອກການກຳນົດທິດຍຸດທະສາດໃຫ້ແກ່ການພັດທະນາປະເທດຊາດຮອດປີ 2025 ແລະ 2030, ວິໄສທັດຮອດປີ 2045.

ທ່ານນາງ ຟ້າມຖຸ໊ຍງາ ຕີລາຄາສູງ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ, ນັກປັນຍາຊົນ, ນັກທຸລະກິດ, ຖັນແຖວສາດສະດາຈານ, ນັກສຶກສາ ແລະ ບຸກຄົນດີເດັ່ນຕ່າງໆທີ່ໄດ້ສຳເລັດບົດບາດຂອງພົນລະເມືອງ ຫວຽດນາມ ເມື່ອມີຄວາມມານະພະຍາຍາມສູ້ຊົນ, ພັດທະນາ ແລະ ຍາດໄດ້ຄວາມເຄົາລົບຂອງປະຊາຊົນປະເທດປະຈຳຖິ່ນ ແລະ ການສະໜັບສະໜູນຂອງລັດຖະບານ ອົດສະຕາລີ ທີ່ມີຕໍ່ການພັດທະນາຂອງປະຊາຄົມ ຫວຽດນາມ.

ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ທ່ານນາງ ຟ້າມຖຸ໊ຍງາ ເນັ້ນນັກວ່າ ປະຈຸບັນ, 2 ປະເທດໄດ້ແບ່ງປັນຜົນປະໂຫຍດລວມ, ວິໄສທັດລວມ ແລະ ຄຸນຄ່າຍຸດທະສາດລວມ ໃນຂອບເຂດ 2 ຝ່າຍ ແລະ ຫລາຍຝ່າຍ ແລະ ໃນສິ່ງທ້າທາຍພາກພື້ນ ຄືບັນຫາທະເລຕາເວັນອອກ ຫຼື ແກ້ໄຂຜົນຮ້າຍຢ້ອນຫລັງຈາກໂລກລະບາດໂຄວິດ-19.

ທ່ານນາງ ຟ້າມຖຸ໊ຍງາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ຈະພັດທະນາແຮງກ່ວາເກົ່າ ເພື່ອຜົນປະໂຫຍດຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ