ສະຖານທູດ​ຫວຽດນາມ ປະ​ຈໍາ ສະ​ວິດ ຮັບ​ຕໍາ​ແໜ່ງ​ປະທານ ຄະນະ​ກໍາມະການ ອາຊຽນ

(VOVWORLD) -    ວັນທີ 2 ກໍລະກົດ, ຄະນະກໍາມະການ ອາຊຽນ Bern (ACB) ໄດ້ໂຮມປະຊຸມຢູ່ທີ່ນະຄອນຫຼວງ Bern ປະເທດສະວິດ ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ມາເລເຊຍ, ປະທານຄົນປັດຈຸບັນຂອງ ACB.
ສະຖານທູດ​ຫວຽດນາມ ປະ​ຈໍາ ສະ​ວິດ ຮັບ​ຕໍາ​ແໜ່ງ​ປະທານ ຄະນະ​ກໍາມະການ ອາຊຽນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທໍາອິດຂອງຄະນະກໍາມະການ ອາຊຽນ Bern ນັບແຕ່ເມື່ອເກີດໂລກລະບາດ (ພາບ: TTXVN)

        ໃນພິທີມອບຮັບຕໍາແໜ່ງປະທານ ACB ໃນ 6 ເດືອນທ້າຍປີ 2020 ໃຫ້ແກ່ຫວຽດນາມ, ທ່ານນາງ ເລລິງລານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສສ.ຫວຽດນາມ ປະຈໍາ ສະວິດ ໄດ້ຍົກໃຫ້ເຫັນການຄາດຄະເນໂຄງການດໍາເນີນງານໃນອາຍຸການ ຫວຽດນາມ ເປັນປະທານ ACB. ທ່ານນາງກໍສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການສົມທົບຢ່າງແໜ້ນແຟ້ນຂອງ ACB ໃນໄລຍະຈະມາເຖິງ ໃນສະພາບການທີ່ໂລກລະບາດໂຄວິດ - 19 ຍັງສືບຕໍ່ສົ່ງຜົນກະທົບເຖິງຫຼາຍດ້ານຂອງການເຄື່ອນໄຫວຢູ່ປະເທດປະຈໍາຖິ່ນ.

        ກ່າວຄໍາເຫັນທີ່ກອງປະຊຸມ, ເມື່ອເຕື້ອງເຖິງກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຄວບຄຸມໂລກລະບາດ, ທ່ານນາງເອກອັກຄະລັດຖະທູດ ເລລິງລານ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕັດສິນໃຈ, ມາດຕະການອັນຂ້ຽວຂາດ ແລະ ບັນດາໝາກຜົນຕັ້ງໜ້າຂອງລັດຖະບານຫວຽດນາມ ໃນການຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັກສາການເຈລະຈາກັບບັນດາປະເທດຜ່ານການແລກປ່ຽນທາງອອນລາຍ; ເພີ່ມທະວີການຮ່ວມມື ແລະ ແບ່ງປັນກັບບັນດາປະເທດໃນໄລຍະເກີດໂລກລະບາດ, ພິເສດແມ່ນການໜູນຊ່ວຍ, ມອບຜ້າອັດປາກ ແລະ ບັນດາອຸປະກອນການແພດໃຫ້ແກ່ບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນ, ເປັນເຈົ້າການຈັດຕັ້ງບັນດາກອງປະຊຸມສຸດຍອດ ອາຊຽນ ພິເສດ ແລະ ອາຊຽນ +3 ທາງອອນລາຍໄດ້ສໍາເລັດ.


ຕອບກັບ

ຂ່າວ/ບົດ​ອື່ນ