ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ອວຍ​ພອນ​ວັນ​ຊາດ​ລາວ ຄົບ​ຮອບ 47 ປີ.

(VOVWORLD) - ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປຊຊ ປະຕິບັດລາວ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະແດງຄວາມປິຕິຊົມຊື່ນ ຂະນະທີ່ການພົວພັນຮ່ວມມື ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຮງ.

   ວັນທີ 28 ພະຈິກ, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ນຳໜ້າຄະນະພະນັກງານສະຖານທູດຫວຽດນາມ ປະຈຳລາວ ໄປອວຍພອນວັນຊາດລາວ ຄົບຮອບ 47 ປີ (2/12/1975 - 2/12/2022) ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ປຊຊ ປະຕິບັດລາວ.

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ເນັ້ນໜັກວ່າ, ເລື່ອງສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນຳສອງປະເທດໃນປີ 2022, ບັນດາສັນຍາທີ່ບັນລຸໄດ້ໃນສະໄໝປະຊຸມຄັ້ງທີ 44 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ເມືອເດືອນມັງກອນປິ 2022 ໄດ້ຍົກສາຍພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປຊຊ ປະຕິບັດລາວ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະແດງຄວາມປິຕິຊົມຊື່ນ ຂະນະທີ່ການພົວພັນຮ່ວມມື ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຮງ, ນຳມາເຊິ່ງຜົນປະໂຫຍດອັນໃຫ່ຍຫຼວງໃຫ້ແກ່ ປຊຊ ສອງປະເທດ. ການນຳລາວ ໄດ້ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳລາວ ກະກຽມບັນດາການເຄື່ອນໄຫວສອງຝ່າຍເປັນຢ່າງດີໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນສະໄໝປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 45 ປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ