ສະຖານທູດຫວຽດນາມປະຈຳລາວ ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບແມ່ທັບ 11 ພວມກໍ່ສ້າງຫໍສະພາແຫ່ງຊາດລາວ

(VOVWORLD) -ມາຮອດປະຈຸບັນກິດຈະກຳໄດ້ກໍ່ສ້າງສຳເລັດໂດຍພື້ນຖານໄດ້ 95% ແລ້ວ. ຫົວໜ່ວຍພວມຮີບເຮັ່ງດຳເນີນການກໍ່ສ້າງຂັ້ນຕອນສຸດທ້າຍ ແລະ ກໍ່ສ້າງບັນດາກິດຈະກຳສຳຮອງ, ສູ້ຊົມນຳກິດຈະກຳນີ້ເຂົ້າເຄື່ອນໄຫວໂດຍໄວ
ສະຖານທູດຫວຽດນາມປະຈຳລາວ ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບແມ່ທັບ 11 ພວມກໍ່ສ້າງຫໍສະພາແຫ່ງຊາດລາວ - ảnh 1(ພະນັກງານສະຖານທູດມາອວຍພອນບຸນເຕັດ ພະນັກງານ, ນັກຮົບ, ກຳມະກອນແມ່ທັບ 11)

ຕອນບ່າຍວັນທີ 08 ກຸມພາ, ອຸປະທູດສະຖານທູດຫວຽດນາມ ປະຈຳລາວ ທ່ານນາງ ຈິ້ງທິເຕີມ ແລະ ຫ້ອງການທູດການທະຫານຫວຽດນາມ ປະຈຳລາວ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ພະນັກງານ, ນັກຮົບ, ກຳມະກອນແມ່ທັບ 11 ພວມກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ - ເຊິ່ງແມ່ນຂອງຂວັນຂອງພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນລາວ. ທ່ານພັນເອກ ຫງວຽນຈ໊ຽນ, ຮອງຜູ້ບັນຊາການໃຫຍ່ແມ່ທັບ 11, ໃຫ້ຮູ້ວ່າ: ມາຮອດປະຈຸບັນກິດຈະກຳໄດ້ກໍ່ສ້າງສຳເລັດໂດຍພື້ນຖານໄດ້ 95% ແລ້ວ. ຫົວໜ່ວຍພວມຮີບເຮັ່ງດຳເນີນການກໍ່ສ້າງຂັ້ນຕອນສຸດທ້າຍ ແລະ ກໍ່ສ້າງບັນດາກິດຈະກຳສຳຮອງ, ສູ້ຊົມນຳກິດຈະກຳນີ້ເຂົ້າເຄື່ອນໄຫວໂດຍໄວ, ຮັບໃຊ້ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດລາວ ຊຸດທີ 9 ໃນທ້າຍເດືອນ ມີນາ 2021. ທ່ານນາງ ຈິ້ງທິເຕີມ ໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນບຸນເຕັດ ແລະ ລະດົມກຳລັງໃຈກົມກອມສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າກໍ່ສ້າງບັນດາກິດຈະກຳທີ່ຍັງເຫຼືອໃຫ້ສຳເລັດ, ຮັບປະກັນໃຫ້ກິດຈະກຳດັ່ງກ່າວໄດ້ນຳເຂົ້າໃຊ້ການຖືກຕ້ອງຕາມເວລາກຳນົດທີ່ໄດ້ວາງອອກ ຕາມຄວາມຮຽກຮ້ອງຂອງການນຳ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ