ສະຖານທີ່ທ່ອງທ່ຽວຫຼາຍແຫ່ງດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດວັນພັກການ

ສະຖານທີ່ທ່ອງທ່ຽວຫຼາຍແຫ່ງດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດວັນພັກການ - ảnh 1
(ສະ​ຖານ​ທີ່​ທ່ອ​ງ​ທ່ຽວຫຼາຍ​ແຫ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ
​ເປັນ​ຈຳ​ນວນ​ຫຼ​າຍ​ໃນ​ໂອ​ກາດ​ວັນ​ພັກ​ການ)


(vovworld) - ໃນ​ລະ​ຫວ່າງວັນ​ທີ 30/04 – 02/05, ​ຢູ່​ແຂວງກວາ​ງ​ນິງ, ມີ​ກ່ຳ​ປັ່ນເດີນ​ທະ​ເລອອກ​ຈາກ​ທ່າ​ກ່ຳ​ປັ່ນ 2.300 ຖ້ຽວ ​ໄດ້ພາ​ນັກ​ທ່​ອງ​ທ່ຽວ​ຢ້ຽມ​ຢາມ​ອ່າວ​ຮ້າ​ລອງ. ​ໄລ່ສະ​ເພາະ​ວັນ​ທີ 01/05, ໄ​ດ້​ມີ​ນັກ​ທ່ອ​ງ​ທ່ຽວກວ່າ 2,6 ໝື່ນ​ຄົນ​ໄປ​ທ່ອງ​ທ່ຽວ​ອ່າວ​ຮ້າ​ລອງ, ເພີ່ມ​ຂຶ້ນ​ທົບ 5 ເທົ່າ​ເມື່ອ​ທຽບ​ໃສ່​ມື້​ທຳ​ມະ​ດາ.

        ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຮ່າ​ໂນ​້ຍ​ໃນເວ​ລາ 4 ວັນ​ພັກ​ການ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນກໍ່​ບັນ​ລຸ​ເກືອບ 228.000 ເທື່ອ​ຄົນ. ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 24.640 ເທື່ອ​ຄົນ, ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດ່ຽວ​ກັນ​ຂອງ​ປີ 2015. ບັນ​ດາ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ໄດ້​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຊົ​ມ​ຄື: ວັນ​ມ໋ຽວ - ກ໋ວກ​ຕືຢ໋າມ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ), ພະ​ລາ​ຊະ​ວັງ ທັງ​ລອງ, ຄຸ້ມ​ຖ​ະ​ໜົ່ນ​ເກົາ​ຮ່າ​ໂນ້ຍ…

        ສ່ວນ​ຢູ່​ແຂວງ​ດ່ານັ້ງ, ຈຳ​ນ​ວນ​ນັກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຢາມ​ແມ່ນປະ​ມານ 224.230 ເທື່ອ​ຄົນ, ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015.

ຂ່າວ/ບົດ​ອື່ນ