ສະ​ຖາ​ບັນ Pasteur ປາ​ຣີ ປາດ​ຖະ​ໜາ ແລະ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບຝ່າຍ ຫວຽດ​ນາມ ໃນ​ຂົງ​ເຂດ ສາ​ທາ​ລະ​ນະ​ສຸກ

(VOVWORLD) - ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບສາດສະດາຈານ Stewart Cole, ຫົວໜ້າ ສະຖາບັນ Pasteur ປາຣີ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ສະ​ຖາ​ບັນ Pasteur ປາ​ຣີ ປາດ​ຖະ​ໜາ ແລະ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບຝ່າຍ ຫວຽດ​ນາມ ໃນ​ຂົງ​ເຂດ ສາ​ທາ​ລະ​ນະ​ສຸກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບສາດສະດາຈານ Stewart Cole, ຫົວໜ້າ ສະຖາບັນ Pasteur ປາຣີ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ສາທາລະນະສຸກ ເປັນຂະແໜງຮ່ວມມືທີ່ມີມູນເຊື້ອດີງາມ, ເປັນໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ຝລັ່ງ ໃຫ້ນັບມື້ນັບພັດທະນາກວ່າອີກ; ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ການຮ່ວມມືດ້ານສາທາລະນະສຸກກັບ ຝລັ່ງ ເວົ້າລວມ ແລະ ກັບ ສະຖາບັນ Pasteur ປາຣີ ເວົ້າສະເພາະ, ປະກອບສ່ວນນຳການພົວພັນສອງຝ່າຍກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອຍູ້ແຮງການຮ່ວມມືຄົ້ນຄວ້າດ້ານການແພດ, ພິເສດແມ່ນກ່ຽວກັບພະຍາດໂຄວິດ - 19 ແລະ ບັນຫາພາຍຫຼັງໂຄວິດ - 19 ແລະ ບັນດາພະຍາດຕິດແປດທີ່ຫາກໍເກີດຂຶ້ນ, ລະບາດຄືນໃໝ່; ຍົກສູງກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານສາທາລະນະສຸກ…

        ສ່ວນທ່ານ ສາດສະດາຈານ Stewart Cole, ຫົວໜ້າ ສະຖາບັນ Pasteur ປາຣີ ກໍເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ໃນນັ້ນໄດ້ຕີລາຄາສູງຕໍ່ວິໄສທັດ, ທັດສະນະຂອງທ່ານນາຍົກກ່ຽວກັບຍຸດທະສາດວັກຊີນ ເພື່ອກະກຽມໃຫ້ແກ່ກໍລະນີທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານສາດສະດາຈານກໍຢັ້ງຢືນວ່າ ສະຖາບັນ Pasteur ປາຣີ ປາດຖະໜາ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຝ່າຍ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ໂດຍສະເພາະແມ່ນການແລກປ່ຽນ, ບຳລຸງກໍ່ສ້າງຊັບພະຍາກອນ, ປະຕິບັດໂຄງການຄົ້ນຄວ້າຮ່ວມກັນ, ແບ່ງປັນໝາກຜົນແຫ່ງການຄົ້ນຄວ້າ, ພິເສດແມ່ນໃນຂົງເຂດວັກຊິນ, ຄຸ້ມຄອງວິກິດການດ້ານສາທາລະນະສຸກ, ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ ເພື່ອຮັບໃຊ້ແກ່ການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ