ສະຖາບັນຮ່ວມມືເມກຊີໂກ-ຫວຽດນາມຮຽກຮ້ອງ ໃຫ້ຈີນຈົ່ງເຄົາລົບບັນດາ ສັນຍາທີ່ໄດ້ລົງນາມແລ້ວ

ສະຖາບັນຮ່ວມມືເມກຊີໂກ-ຫວຽດນາມຮຽກຮ້ອງ ໃຫ້ຈີນຈົ່ງເຄົາລົບບັນດາ ສັນຍາທີ່ໄດ້ລົງນາມແລ້ວ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຈົດໝາຍສົ່ງ​ເຖິງ​ສະຖານ​ທູດ ຫວຽດນາມ ປະຈຳ​​ເມກ​ຊີ​ໂກ, ສະ​ຖາ​ບັນ​ຮ່ວມ​ມື ​ແລະ ມິດຕະພາບ​ເມກ​ຊີ​ໂກ - ຫວຽດນາມ (ICAMV) ຮຽກຮ້ອງ​ໃຫ້ ຈີນ ​ເຄົາລົບ​ບັນດາ​ສັນຍາ​ທີ່ໄດ້​ລົງ​ນາມ​ກັບ ຫວຽດນາມ ​ແລະ ບັນດາ​ອົ​ງການຈັດ​ຕັ້ງ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ສັນຍາ​ເຊິ່ງ ຈີນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ທຸກໆ​ການ​ຂັດ​ແຍ້​ງຜ່ານ​ເສັ້ນທາງ​ສັນຕິພາບ. ICAMV ກໍ່​ສະ​ເໜີ​ໃຫ້​ລັດຖະບານ ຈີນ ຖອນ​ຮ້ານ​ເຈາ​ະນ້ຳມັນ ​ໄຮ​ຢາງ - 981 ​ແລະ ບັນດາ​ກຳ​ປັ່ນຄຸ້ມກັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ຢຸດຕິການກະທຳເກາະຜິດ. ICAMV ກໍ່​ສະ​ເໜີ​ວ່າ​ລັດຖະບານ​ສະຫະພັນ ​ເມກ​ຊີ​ໂກ, ພິ​ເສດ​ແມ່ນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Juan Antonio Meade, ​ໄດ້​ສົ່ງ​ຈົດໝາຍ​ທາງ​ການ​ເຖິງ​ລັດຖະບານ ຈີນ ຊີ້​​ແຈ້ງ​ເນື້ອໃນຈິດ​ໃຈ​ຂອງບັນດາ​ສັນຍາ ​ແລະ ຂໍ້​ຕົກລົງ​ສາກົນ​ເຊິ່ງຕາມ​ນັ້ນ​ແລ້ວ​, ຢັ້ງຢືນ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ແຄມ​ທະ​ເລ. ICAMV ກໍ່​ຮຽກ​ຮ້ອງ​ໃຫ້​ທົ່ວ​ສັງຄົມ​ພົນລະ​ເຮືອນ ​ເມກ​ຊີ​ໂກ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຊື່ວ່າ “​ເພື່ອ​ສັນຕິພາບ ​ແລະ ອະທິປະ​ໄຕ​ຂອງ​ຫວຽດນາມ” ຜ່ານ​ອີ​​ເມ​ວ ​ແລະ ຈະ​ຝາກ​ເຖິງ​ລັດຖະບານ ຈີນ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ