ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສະ​ໜັບ​ສະ​ໜູນບົດ​ບາດ​ຂອງ ອາ​ຊຽນ ໃນ​ບັນ​ຫາ ມຽນ​ມາ

(VOVWORLD) -ສະພາຄວາມໝັ້ນຄົງ, ສປຊ ສະແດງຄວາມຊົມເຊີຍຕໍ່ຜົນງານອັນຕັ້ງໜ້າ ຂອງກອງປະຊຸມບັນດາການນຳ ອາຊຽນ ປຶກສາຫາລືກ່ຽວກັບ ມຽນມາ ແລະ ສະໜັບສະໜູນບົດບາດຂອງ ອາຊຽນ ໃນບັນຫານີ້. 
ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສະ​ໜັບ​ສະ​ໜູນບົດ​ບາດ​ຂອງ ອາ​ຊຽນ ໃນ​ບັນ​ຫາ ມຽນ​ມາ - ảnh 1ທ່ານ ຈາງຈຽນ, ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ສປຊ (ພາບ:ສຳນັກຂ່າວສານ ຊິນຮວາ)

   ດ້ວຍບົດບາດເປັນປະທານສະພາຄວາມໝັ້ນຄົງ, ສປຊ ໃນເດືອນ ພຶດສະພາ 2021, ທ່ານ ຈາງຈຽນ, ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ສປຊ ໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງ, ສປຊ ສະແດງຄວາມຊົມເຊີຍຕໍ່ຜົນງານອັນຕັ້ງໜ້າ ຂອງກອງປະຊຸມບັນດາການນຳ ອາຊຽນ ປຶກສາຫາລືກ່ຽວກັບ ມຽນມາ ແລະ ສະໜັບສະໜູນບົດບາດຂອງ ອາຊຽນ ໃນບັນຫານີ້. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ເຊິ່ງຖືກຈັດຂຶ້ນໃນວັນທີ 3 ພຶດສະພາ, ທ່ານ ຈາງຈຽນ ຢັ້ງຢືນເຖິງການສະໜັບສະໜູນ ອາຊຽນ ໃຫ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນໃນການຊ່ວຍເຫຼືອ ມຽນມາ ແກ້ໄຂບັນຫາເພື່ອບັນລຸໄດ້ສັນຕິພາບ.

        ກ່ຽວຂ້ອງເຖິງ ບັນຫາ ສປປ.ເກົາຫຼີ, ຜູ້ຕາງໜ້າຂອງ ຈີນ ຮຽກຮ້ອງໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຫຼຸດຜ່ອນຄວາມກົດດັນທາງດ້ານເສດຖະກິດຕໍ່ ສປປ.ເກົາຫຼີ ແລະ ດຳເນີນການເຈລະຈາ.

ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ      

ຕອບກັບ

ຂ່າວ/ບົດ​ອື່ນ