( vovworld ) – ວັນທີ 14/4, ສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ຮູ້ວ່າ, ສະພາຄວາມໝັນຄົງສະຫະປະຊາຊາດຈະປ່ອນບັດໃຫ້ຮ່າງມະຕິເພື່ອແນໃສ່ມອບສິດໃຫ້ຖັນແຖວນັກສັງເກດການທະຫານທີ່ບໍ່ປະກອບກຳລັງອາວຸດໄປຊີຣີ ກວດກາຂໍ້ຕົກລົງຢຸດຍິງຢູ່ປະເທດນີ້. ກອ່ນໜ້ານັ້ນ, ວັນທີ 13/04, ສະພາຄວາມໝັ້ນຄົງສະຫະປະຊາຊາດສືບຕໍ່ມີການປຶກສາຫາລືລັບກ່ຽວກັບສະພາບການຢູ່ຊີຣີ. ແລະກໍໃນວັນດຽວກັນ, ອາເມລິກາ ແລະ ລັດເຊຍ ໄດ້ຝາກແຜນຮ່າງທັງ 2 ສະບັບເຖິງບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດເພື່ອພິຈາລະນາກອນທີ່ຈະປ່ອນບັດ, ໃນນັ້ນ, ແຜນຮ່າງ 2 ສະບັບລ້ວນແຕ່ເຫັນດີກ່ຽວກັບການຜັນຂະຫຍາຍນັກສັງເກດການທະຫານ 30 ຄົນທີ່ບໍ່ປະກອບອາວຸດຢູ່ຊີຣີ.
ແລະກໍກ່ຽວຂ້ອງເຖິງສະພາບການຢູ່ຊີຣີ, ຕອນບ່າຍວັນທີ 13/4, ສຳນັກຂ່າວສານ RIA – Novosti ໄດ້ຢືນຢັນວ່າ ກະຊວງປ້ອງກັນປະເທດລັດເຊຍ ໄດ້ອະນຸມັດຜ່ານຂໍ້ຕົກລົງສົ່ງກໍ່າປັ່ນສູ້ຮົບຂອງລັດເຊຍ ເຖິງເຂດທະເລແມເດີເຕີຮານຽມໃກ້ກັບຝັ່ງທະເລຊີຣີ.