ສະພາຕ່ຳ Duma ແຫ່ງຊາດລັດເຊຍ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ

(VOVWORLD) -ຕອນບ່າຍວັນທີ 1 ທັນວາ, ຢູ່ມົດສະກູ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານ ສະພາຕ່ຳ Duma ແຫ່ງຊາດລັດເຊຍ  Vyacheslav Viktorovich Volodin

ສະພາຕ່ຳ Duma ແຫ່ງຊາດລັດເຊຍ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ - ảnh 1

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານ ສະພາຕ່ຳ Duma ແຫ່ງຊາດລັດເຊຍ  Vyacheslav Viktorovich Volodin

       ໃນການແລກປ່ຽນກ່ຽວກັບສະພາບການພົວພັນລະຫວ່າງສອງປະເທດ, 2 ຝ່າຍຕີລາຄາສູງບັນດາໝາກຜົນການຮ່ວມມືໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການສຶກສາ, ວິທະຍາສາດ ກໍຄືໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກໍໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຕ່ຳ Duma ແຫ່ງຊາດລັດເຊຍໃນໄລຍະຜ່ານມາ, ໃນນັ້ນມີການສ້າງຕັ້ງຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຂັ້ນສູງລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ Duma ແຫ່ງຊາດລັດເຊຍ ແລະ ຫວັງວ່າສະພາແຫ່ງຊາດສອງປະເທດຈະເສີມຂະຫຍາຍບົດບາດຂອງຄະນະກຳມະການໃນການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດເວົ້າສະເພາະ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເວົ້າລວມ.

    ສ່ວນທ່ານປະທານ Vyacheslav Viktorovich Volodin ຢືນຢັນວ່າ, ສະພາຕ່ຳ Duma ແຫ່ງຊາດລັດເຊຍຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ ການພົວພັນຮ່ວມມື ກັບສະພາແຫ່ງຊາດຫວຽດນາມ. ທ່ານປະທານສະພາຕ່ຳ Duma ແຫ່ງຊາດລັດເຊຍ ກໍ່ເຫັນດີກັບຂໍ້ສະເໜີຂອງທ່ານປະທານປະເທດ ຫງວຽນຊວນຟຸກ ກ່ຽວກັບການຍູ້ແຮງການແລກປ່ຽນບົດຮຽນທາງດ້ານ ນິຕິບັນຍັດ ແລະ ຕິດຕາມກວດກາລະຫວ່າງສະພາແຫ່ງຊາດ 2 ປະເທດ, ສົມທົບກັນສ້າງລະບົບກົດໝາຍທີ່ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍ, ຮັກສາການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ຢ່າງແໜ້ນແຟ້ນ ຢູ່ບັນດາກົນໄກລັດຖະສະພາຫຼາຍຝ່າຍ ກໍຄື ຊຸກຍູ້ການຮ່ວມມືລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດສອງປະເທດ.

      ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ ແລະ ວາງພວງມາລາຢູ່ອະນຸສາວະລີບັນດານັກຮົບນິລະນາມເສຍສະຫຼະຊີວິດເພື່ອຊາດ ທີ່ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ