ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຮັບ​ຮ​ອງ​ເອົາຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈຳ​ກັດ​ການ​ຂາຍ​ອາ​ວຸດ ໃຫ້​ແກ່ ອາ​ຣັບ​ບີ ຊະ​ອຸ​ດິ

(VOVWORLD) -  ວັນທີ 21 ເມສາ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຈຳກັດການຂາຍອາວຸດ ໃຫ້ແກ່ ອາຣັບບີ ຊະອຸດິ ເຊິ່ງມີສ່ວນກ່ຽວຂ້ອງເຖິງການສັງຫານນັກຂ່າວ Jamal Khashoggi ຢູ່ສະຖານກົງສູນຂອງປະເທດນີ້ ປະຈຳ Istanbul, ປະເທດຕວັກກີ ເມື່ອເດືອນ ຕຸລາ 2018.
ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຮັບ​ຮ​ອງ​ເອົາຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈຳ​ກັດ​ການ​ຂາຍ​ອາ​ວຸດ ໃຫ້​ແກ່ ອາ​ຣັບ​ບີ ຊະ​ອຸ​ດິ - ảnh 1ລູກສອນໄຟນຳວິຖີ ຂອງ ອາເມລິກາ ໄດ້ວາງສະແດງທີ່ກອງປະຊຸມ  ຢູ່ວໍຊິງຕັນ  (ພາບ: AFP/TTXVN)

ຮ່າງກົດໝາຍດັ່ງກ່າວ ມີຊື່ວ່າ “ກົດໝາຍວ່າດ້ວຍການປົກປ້ອງຜູ້ທີ່ມີທັດສະນະບໍ່ລົງລອຍກັນຂອງ ອາຣັບບີ ຊະອຸດິ ປີ 2021” ເຊິ່ງໄດ້ຮັບການຮັບຮອງເອົາ ດ້ວຍຈຳນວນບັດສະໜັບສະໜູນ 350 ບັດ ແລະ ບັດຄ້ານ 71 ບັດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍັງບໍ່ທັນຮູ້ຢ່າງຈະແຈ້ງວ່າ ຮ່າງກົດໝາຍສະບັບນີ້ ຈະໄດ້ຮັບການຮັບຮອງເອົາໃນສະພາສູງ ຫຼືບໍ.

        ຕາມຮ່າງກົດໝາຍສະບັບດັ່ງກ່າວແລ້ວ, ອາເມລິກາ ຈະຢຸດຕິຊົ່ວຄາວການຂາຍ ແລະ ສົ່ງອອກອຸປະກອນປ້ອງກັນຕົວຈຳນວນໜຶ່ງໃຫ້ແກ່ ອາຣັບບີ ຊະອຸດິ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຫຼາຍມາດຕະການລົງໂທດສຳລັບ 76 ສ່ວນບຸກຄົນຂອງ ອາຣັບບີ ຊະອຸດິ.


ຕອບກັບ

ຂ່າວ/ບົດ​ອື່ນ