ສະພາບການສັບສົນກ່ອນການເລືອກຕັ້ງຢູ່ປາກີສະຖານ

ສະພາບການສັບສົນກ່ອນການເລືອກຕັ້ງຢູ່ປາກີສະຖານ - ảnh 1

ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ປາ​ກີ​ສະຖານ

(ພາບ:Getty Images)

(vovworld)-​ວັນ​ທີ 10/5, 4 ​ແຂວງ​ທຳ​ອິດ​ຂອງ​ປາ​ກີ​ສະຖານ ​ໄດ້​ໄປ​ປ່ອນ​ບັດ​ໃຫ້​ແກ່​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຄັ້ງທີ 14 ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ລັກສະນະ​ປະຫວັດສາດ ຍ້ອນ​ວ່າ: ​ເປັນ​ເທື່ອ​ທຳ​ອິດ​ທີ່​ປະ​ເທດ​ອາຊີ​ໃຕ້​ນີ້​ມີ​ລັດຖະບານ​ພົນລະ​ເຮືອນ​ກຳ​ອຳນາດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ເກີດ​ຂຶ້ນ​​ໃນທົ່ວປະ​ເທດນີ້ ​ແລະ ມີ​ໄພ​ຈະກໍ່​ຜົນ​ສະທ້ອນ​ຕໍ່​ວິວັດ​ການ​ເລືອກ​ຕັ້ງ. ວັນ​ທີ 9/5, ທ່ານ Ali Haider ລູກ​ຊາຍ​ຂອງ​ອະດີດ​ນາຍົກລັດຖະມົນຕີປາດີ​ສະຖານ Raza Gilani ​​ຖື​ກບັນດາ​ມື​ປືນແປກ​ໜ້າ​​ລອບ​ຈັບ​ຕົວ. ອະດີດ​ນາຍົກລັດຖະມົນຕີປາດີ​ສະຖານ Raza Gilani ​ໄດ້ກ່າວ​ຫາ​ບັນດາ​ຄູ່​ແຂ່ງ​ການ​ເມືອງ​​ຢືນຢູ່​ເບື້ອງ​ຫຼັງ​ເຫດການ​ນີ້ ​ແຕ່​ທ່ານ​ກໍ່​ຮຽກຮ້ອງ​ໃຫ້​ປະຊາຊົນ​ປະ​ເທດ​ນີ້ ຈົ່ງ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ ​ແລະ ສືບ​ຕໍ່​ໄປ​ປ່ອນ​ບັດ.

  ການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງຕ່າງໆ​​ໄດ້ເກີດ​ຂຶ້ນ​ຢ່າງ​ລຽນຕິດກ່ອນ​ການ​ເລືອກ​ຕັ້ງຢູ່​ປາ​ກີ​ສະຖານ. ນັບ​ແຕ່​ບັ້ນຫາ​ສຽງ​ເລືອກ​ຕັ້ງ​ເລີ່​ມຕົ້ນ​ແຕ່​ວັນ​ທີ 11/4, ​ໄດ້ມີ​ກ່ວາ 110 ຄົນ​ເສຍ​ຊີວິດ ​ແລະ ​ເກື​ອບ 400 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ບຸກ​ໂຈມ​ຕີຄັ້ງຕ່າງໆ​ແນ່​ໃສ່​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ຫ້ອງການ​ຂອງ​ບັນດາ​ນັກ​ການ​ເມືອງ ​ແລະ ພັກ​ການ​ເມືອງ​ຕ່າງໆ ກໍ່​ຄື​ແນ່​ໃສ່​ບັນດາ​ການ​ເດີນ​ຂະ​ບວນ, ງານ​ໂຮມ​ຊຸມນຸມ​ໃນ​ທົ່ວ​ປະ​ເທດ​ປາ​ກີ​ສະຖານ.

 

ຂ່າວ/ບົດ​ອື່ນ