ສະພາບການໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ ແລະ ຢູ່ໃນໂລກ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 20 ເມສາ ຫາ 6 ໂມງຂອງວັນທີ 21 ເມສາ,  ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອ ໂຄວິດ - 19 
   ສະພາບການໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ ແລະ ຢູ່ໃນໂລກ - ảnh 1ຫວຽດນາມພວມຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 

     ເປັນອັນວ່າໃນປັດຈຸບັນ ຫວຽດນາມ ຍັງຄົງມີຜູ້ຕິດເຊື້ອ ໂຄວິດ - 19  2.801 ຄົນ ໃນນັ້ນມີ 1.570 ກໍລະນີ ຕິດແປດຢູ່ພາຍໃນປະເທດ, 2. 490 ຄົນໄດ້ຮັບການປິ່ນປົວຫາຍດີ,  35 ຄົນເສຍຊີວິດ. ໃນວັນທີ 20 ເມສາ ຫວຽດນາມ ມີຕື່ມອີກ  14.386 ຄົນໄດ້ຮັບການສັກຢາວັກຊີນກັນພະຍາດ ໂຄວິດ - 19 ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການສັກວັກຊີນຂຶ້ນເຖິງເກືອບ 107.000 ຄົນ.

       ສ່ວນສະພາບການໂລກລະບາດ ໂຄວິດ-19 ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 143,5  ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.056.853 ຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກຫຼາຍກ່ວາ 821.000  ຄົນ, ໃນນັ້ນຫຼາຍກ່ວາໝູ່ແມ່ນອາເມລິກາ, ອິນເດຍ, ບຣາຊິນ, ຕວກກີ, ຝະລັ່ງ…

ຕອບກັບ

ຂ່າວ/ບົດ​ອື່ນ