ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ

(VOVWORLD) -  ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຕອນບ່າຍວັນທີ 25 ກໍລະກົດ , ຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 5.552 ຄົນ. ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 2.227 ຄົນ, ບິ່ງເຢືອງ 368  ຄົນ, ເຕີຍນິງ 186 ຄົນ, ບ່າເຣ້ຍ - ຫວູງເຕົາ 126 ຄົນ, ດົ່ງນາຍ 119 ຄົນ... ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພາຍໃນວັນ ຢູ່ ຫວຽດນາມ ຂຶ້ນເປັນ 7.531 ຄົນ. 

ເປັນອັນວ່າ ໄລຮອດຕອນບ່າຍວັນທີ 25 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 98.465 ຄົນ, ໃນນັ້ນ ມີ 17.583 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.

    ສ່ວນຢູ່ໃນໂລກ, ຕາມເວັບໄຊສິຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງ 30 ນາທີ ຂອງວັນທີ 25 ກໍລະກົດ (ຕາມ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 194.371.878 ຄົນ, ໃນນັ້ນ ມີກວ່າ 4,167 ລ້ານຄົນ ເສຍຊີວິດ. ໃນເວລາ 24 ຊົ່ວໂມງ ຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 486.384 ຄົນ ແລະ ມີ 8.049 ຄົນ ເສຍຊີວິດ, ໃນນັ້ນ ອາຊີ ແມ່ນພາກພື້ນທີ່ມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດສູງທີ່ສຸດໃນໂລກ, ດ້ວຍ 216.450 ຄົນ ແລະ ມີ 3.636 ຄົນ ເສຍຊີວິດ.

ກ່ຽວກັບ ສະພາບການໂລກລະບາດໂຄວິດ - 19 ຢູ່ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້

ວັນທີ 25 ກໍລະກົດ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດຢູ່ ມາເລເຊຍ ໄດ້ລື່ນກາຍລະດັບ 1 ລ້ານຄົນ (1.013.438 ຄົນ) ດ້ວຍຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນ 24 ຊົ່ວໂມງ ແມ່ນ 17.045 ຄົນ. ນີ້ກໍແມ່ນຈຳນວນຜູ້ຕິດເຊື້ອພາຍໃນວັນສູງທີ່ສຸດ ນັບແຕ່ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ ມາເລເຊຍ.

ອິນໂດເນເຊຍ ໄດ້ລື່ນກາຍ ອິນເດຍ ແລະ ບຣາຊິນ, ກາຍເປັນປະເທດທີ່ມີຈຳນວນຜູ້ຕິດເຊື້ອພາຍໃນວັນສູງສຸດໃນໂລກ. ໃນ 24 ຊົ່ວໂມງຜ່ານມາ, ອິນໂດເນເຊຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ 45.416 ຄົນ ແລະ ມີ 1.415 ຄົນ ເສຍຊີວິດ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອລວມທັງໝົດຢູ່ປະເທດນີ້ຂຶ້ນເປັນ 3.127.826 ຄົນ, ໃນນັ້ນ ມີ 82.013 ຄົນເສຍຊີວິດ.

ສ່ວນຢູ່ ໄທ, ໂລກລະບາດກໍມີການຜັນແປເປັນໜ້າວິຕົກກັງວົນ ເມື່ອຕອນເຊົ້າວັນທີ 25 ກໍລະກົດ, ກະຊວງສາທາລະນະສຸກຂອງປະເທດນີ້ໄດ້ປະກາດຈຳນວນຜູ້ຕິດເຊື້ອລາຍໃໝ່ຢູ່ລະດັບສູງ ດ້ວຍ 15.3335 ຄົນ ໃນ 24 ຊົ່ວໂມງຜ່ານມາ ແລະ ມີ 129 ຄົນ ເສຍຊີວິດ. ໄລ່ຮອດຈຸດເວລານີ້, ໄທ ມີຈຳນວນຜູ້ຕິດເຊື້ອລວມທັງໝົດ 497.302 ຄົນ, ໃນນັ້ນ ມີ 4.059 ຄົນ ເສຍຊີວິດ.

ກົງກັນຂ້າມ, ໃນ 24 ຊົ່ວໂມງຜ່ານມາ, ກະຊວງສາທາລະນະສຸກ ລາວ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ 142 ຄົນ, ເຊິ່ງລ້ວນແຕ່ແມ່ນຄົນເຂົ້າເມືອງ ແລະ ໄດ້ຮັບການແຍກຕົວໃນທັນທີ. ເປັນອັນວ່າ, ເປັນຫຼາຍມື້ທີ່ຜ່ານມາ, ລາວ ບໍ່ກວດພົບກໍລະນີຕິດເຊື້ອໃນຊຸມຂົນ.

        ເຖິງຢ່າງໃດກໍຕາມ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອລວມທັງໝົດ 35.184.628 ຄົນ ໃນນັ້ນ ມີ 626.711 ຄົນ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ