ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 26 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ເກືອບ 110.000 ໂດສ, ອັນໄດ້ຍົກຍອດຈຳນວນວັກຊິນ ໄດ້ສັກໃຫ້ປະຊາຊົນຂຶ້ນເຖິງເກືອບ 4,74 ລ້ານໂດສ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ

ນັບແຕ່ເວລາ 18 ໂມງ 30 ນາທີຂອງວັນທີ 26 ກໍລະກົດ ຮອດເວລາ 6 ໂມງຂອງວັນທີ 27 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 2.764 ຄົນ, ໃນນັ້ນ, ຢູ່ນະຄອນໂຮ່ຈີມິນ ມີ 1.849 ຄົນ, ຮ່າໂນ້ຍ ມີ 4 ຄົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 109.111 ຄົນ, ໃນນັ້ນມີ 21.344 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 26 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ເກືອບ 110.000 ໂດສ, ອັນໄດ້ຍົກຍອດຈຳນວນວັກຊິນ ໄດ້ສັກໃຫ້ປະຊາຊົນຂຶ້ນເຖິງເກືອບ 4,74 ລ້ານໂດສ.

ສ່ວນຢູ່ໃນໂລກ, ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 11 ໂມງຂອງວັນທີ 27 ກໍລະກົດ (ຕາມເວລາ UTC), ທົ່ວໂລກ ຢັ້ງຢຶນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 195,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4,2 ລ້ານຄົນ. ໃນໄລຍະເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 430.500 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ