ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ນັກຊ່ຽວຊານຂອງ ອົງການອະນາໄມໂລກ (WHO) ຢັ້ງຢືນ ຈຳນວນຜູ້ຕິດເຊື້ອໄວຣັດ ກາຍພັນ BA.2 ຂອງ Omicron ຈະເພີ່ມຂຶ້ນໃນຂອບເຂດທົ່ວໂລກ, ເຖິງວ່າ ປັດຈຸບັນ, ວົງການນັກວິທະຍາສາດ ຍັງບໍ່ຮູ້ວ່າ ຜູ້ທີ່ເຄີຍຕິດເຊື້ອ Omicron ອາດຈະຕິດເຊື້ອຄືນໃໝ່ຫຼືບໍ່.



ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: VOV

ໃນ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 2,5 ລ້ານຄົນ ແລະ ຜູ້ເສຍຊີວິດ ເກືອບ 5,6 ພັນຄົນ. ມາຮອດປັດຈຸບັນ, ທົ່ວໂລກມີຍອດຈຳນວນຜູ້ຕິດເຊື້ອໂຄວິດ - 19 ກ່ວາ 403 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,78 ລ້ານຄົນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 9 ກຸມພາ ຫາເວລາ 16 ໂມງຂອງວັນທີ 10 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ 26.032 ຄົນ, ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອ ສະສົມທັງໝົດ 2.430.683 ຄົນ, ໃນນັ້ນ ມີ 2.206.594 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. 

ນັກຊ່ຽວຊານຂອງ ອົງການອະນາໄມໂລກ (WHO) ຢັ້ງຢືນ ຈຳນວນຜູ້ຕິດເຊື້ອໄວຣັດ ກາຍພັນ BA.2 ຂອງ Omicron ຈະເພີ່ມຂຶ້ນໃນຂອບເຂດທົ່ວໂລກ, ເຖິງວ່າ ປັດຈຸບັນ, ວົງການນັກວິທະຍາສາດ ຍັງບໍ່ຮູ້ວ່າ ຜູ້ທີ່ເຄີຍຕິດເຊື້ອ Omicron ອາດຈະຕິດເຊື້ອຄືນໃໝ່ຫຼືບໍ່.

ຕາມທ່ານນາງ Maria Van kerkhove, ຫົວໜ້າກຸ່ມເຕັກນິກກ່ຽວກັບ ໂຄວິດ - 19 ຂອງ WHO ແລ້ວ, ໜຶ່ງໃນ ສີ່ ເຊື້ອໄວຣັດກາຍພັນຈາກ Omicron ພວມໄດ້ຮັບການຕິດຕາມຈາກອົງການນີ້, ປັດຈຸບັນ ເຊື້ອໄວຣັດກາຍພັນ BA.2 ແມ່ນ ເຊື້ອໄວຣັດລະບາດຫຼາຍທີ່ສຸດໃນທົ່ວໂລກ ແລະ ອາດຈະແຜ່ລະບາດໃນບໍລິເວນກ້ວາງກ່ວາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ