ສະ​​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 15 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 118 ຄົນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.999 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 4.236 ຄົນ ແລະ 61 ຄົນເສຍຊີວິດ.
ສະ​​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: IRNA/TTXVN

ຕາມເວັບໄຊສະຖິຕິworldometers.infoແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ມິຖຸນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 177 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,8 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 615.000 ຄົນ, ຖັດຈາກນັ້ນແມ່ນອິນເດຍແລະບຣາຊິນ.

ກ່ຽວຂ້ອງເຖິງບັນຫາແບ່ງປັນວັກຊິນກັນໂຄວິດ - 19, ອົງການອະນາໄມໂລກ (WHO) ແລະບັນດານັກຊ່ຽວຊານສາກົນ ຖືວ່າ ຄຳໝັ້ນສັນຍາຂອງ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແບ່ງປັນ ວັກຊິນກັນໂຄວິດ - 19 ປະລິມານ 1 ຕື້ໂດສໃຫ້ແກ່ບັນດາປະເທດທຸກຍາກແມ່ນໜ້ອຍສຸດ ແລະ ຊ້າເກີນໄປ, ໃນສະພາບການທີ່ໂລກຄາດວ່າພວມຕ້ອງການວັກຊິນ 11 ຕື້ໂດສ. ທ່ານ Bruce Aylward ທີ່ປຶກສາຂັ້ນສູງຂອງ WHO ໃຫ້ຮູ້ວ່າ ອາຟຼີກກາ ຈະໄດ້ຮັບການບຸລິມະສິດໃນວິວັດການແຈກຢາຍວັກຊິນກັນໂຄວິດ - 19 ດ້ວຍປະລິມານ 870 ລ້ານໂດສ ໂດຍ G7 ອຸປະຖຳ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 15 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 118 ຄົນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.999 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 4.236 ຄົນ ແລະ 61 ຄົນເສຍຊີວິດ. ໄລ່ຮອດວັນທີ 14 ມິຖຸນາ, ຫວຽດນາມ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຕື່ມອີກ ກ່ວາ 54.000 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຂຶ້ນເຖິງ 1.552.651 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ