ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ ​ວັນ​ທີ 03 ທັ​ນ​ວາ

(VOVWORLD) -ປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ຫຼາຍກ່ວາ 806.000 ຄົນ ໃນຈຳນວນຜູ້ຕິດເຊື້ອຫຼາຍກ່ວາ 49,6 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.



ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ ​ວັນ​ທີ 03 ທັ​ນ​ວາ - ảnh 1ພາບປະກອບ: THX/ TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ທັນວາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 264,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,2 ລ້ານຄົນ.

ປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ຫຼາຍກ່ວາ 806.000 ຄົນ ໃນຈຳນວນຜູ້ຕິດເຊື້ອຫຼາຍກ່ວາ 49,6 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ເຊື້ອໄວຣັດກາຍພັນ Omicron ຍັງແມ່ນຈຸດໃຈກາງຂອງ ໂລກລະບາດໂຄວິດ - 19 ໃນທົ່ວໂລກ ຍ້ອນ ເຊື້ອໄວຣັດກາຍພັນ Omicron ໄດ້ປະກົດຂຶ້ນຢູ່ຫຼາຍປະເທດໃນໂລກ, ໃນນັ້ນມີ ອາເມລິກາ.

ສ່ວນຢູ່ ຫວຽດນາມ, ວັນທີ 03 ທັນວາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 13.670 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.149 ຄົນ; ມີຜູ້ເສຍຊີວິດ 200 ຄົນ.

ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ -19 ທັງໝົດ 1.280.780 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ