ສະພາບ​ການ​ໂລກ​ລະບາດ​ໂຄ​ວິດ - 19 ​ໃນ​ວັນ​ທີ 03 ມິຖຸນາ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 03 ມິຖຸນາ, ຫວຽດນາມ ສືບຕໍ່ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ, ຫວຽດນາມບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນໃນ 48 ວັນຢ່າງລຽນຕິດ. 
ສະພາບ​ການ​ໂລກ​ລະບາດ​ໂຄ​ວິດ - 19 ​ໃນ​ວັນ​ທີ 03 ມິຖຸນາ - ảnh 1ນໍາສົ່ງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບເມືອປະເທດ (ພາບ:TTXVN) 

        ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ໄລ່ຮອດຕອນເຊົ້າວັນທີ 03 ມິຖຸນາ, ຫວຽດນາມ ສືບຕໍ່ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ, ຫວຽດນາມບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນໃນ 48 ວັນຢ່າງລຽນຕິດ. ໄລ່ຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ -  19 ທັງໝົ້ດ 328 ຄົນ, ໃນນັ້ນ ໄດ້ມີ 298 ກໍລະນີ ໄດ້ປະກາດວ່າ ໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ.

        ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 03 ມິຖຸນາ (ຕາມເວລາ UTC), ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ເກືອບ 382.000 ຄົນເສຍຊີວິດ ໃນຈໍານວນ 6,4 ລ້ານກໍລະນີຕິດເຊື້ອ. ອາເມລິກາ ຍັງຄົງແມ່ນປະເທດມີຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍສຸດ; ຖັດມາແມ່ນ ບຣາຊີນ, ລັດເຊຍ ແລະ ແອັດສະປາຍ ຕາມລໍາດັບ.

        ອົງການອະນາໄມໂລກ ໃຫ້ຮູ້ວ່າ ຈໍານວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ ໃນແຕ່ລະວັນພວມຫຼຸດລົງຢູ່ ເອີຣົບຕາເວັນຕົກ, ໃນຂະນະທີ່ຢູ່ບັນດາປະເທດຄື ລັດເຊຍ ແລະ ເອີຣົບຕາເວັນອອກ ຍັງຄົງສືບຕໍ່ມີການຜັນແປຢ່າງສັບສົນ. ສ່ວນຢູ່ ແອັດສະປາຍ, ອີຕາລີ, ຝລັ່ງ ແລະ ອັງກິດ ໄດ້ຢັ້ງຢືນວ່າ ມີຄວາມຄືບໜ້າຢ່າງຕັ້ງໜ້າ.

        ຢູ່ ອາຟະລິກາ, ໂລກລະບາດໄດ້ແຜ່ລະບາດອອກສູ່ 54 ປະເທດ ແລ້ວ. ພາກພື້ນ ອາຟະລິກາເໜືອ ແມ່ນບ່ອນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນທະວີບນີ້ ນັບທັງຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ. ຖັດມາແມ່ນ ອາຟະລິກາຕາເວັນຕົກ ແລະ ອາຟະລິກາໃຕ້. ໃນຂະນະນັ້ນ, ຢູ່ອາຟະລິກາຕາເວັນອອກ ແລະ ອາຟະລິກາກາງ ແມ່ນເຂດທີ່ຖືກຜົນກະທົບໜ້ອຍທີ່ສຸດຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ