ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ກັນຍາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 233 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4,77 ລ້ານຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ເອົາແບບຢ່າງຫາເຊື້ອໃຫ້ແກ່ປະຊາຊົນຢູ່ໄທ (ພາບ: TTXVN)

ບໍລິສັດການຢາ Pfizer ຂອງ ອາເມລິກາ ແຈ້ງວ່າ: ໄດ້ເລີ່ມທົດລອງການສັກຕໍ່ຄົນໄລຍະກາງ ແລະ ໄລຍະສຸດທ້າຍ ຂອງປະເພດຢາເມັດຕ້ານໂຄວິດ -19 ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19. ເປົ້າໝາຍຂອງການທົດລອງແມ່ນຕີລາຄາຄວາມປອດໄພ ແລະ ປະສິດທິຜົນຂອງຢາທີ່ມີຊື່ວ່າ PF-07321332 ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2 ແລະ ການພັດທະນາບັນດາອາການຂອງໂລກລະບາດໃນໄລຍະເວລາ 14 ວັນ.

ນັບແຕ່ເວລາ 17 ໂມງຂອງວັນທີ 27 ກັນຍາ ຫາເວລາ 17 ໂມງຂອງວັນທີ 28 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 4.589 ຄົນ, ໃນນັ້ນມີ 6 ຄົນເຂົ້າເມືອງ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 770.640 ຄົນ, ໃນນັ້ນມີ 559.941 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ