ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດ ຢັ້ງຢືນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ບ່ອນກວດຫາເຊື້ອໂຄວິດ - 19 ຢູ່ນິວຊີແລນ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometes.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 29 ເມສາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 512 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6,25 ລ້ານຄົນ.

ເອີລົບ ແມ່ນພາກພື້ນໄດ້ຮັບຜົນສະທ້ອນຫຼາຍທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 190,2 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 1,8 ລ້ານຄົນ. ຖັດຈາກນັ້ນແມ່ນ ອາຊີ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 147,6 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 1,4 ລ້ານຄົນ. ສ່ວນຢູ່ພາກພື້ນອາເມລິກາເໜືອ ປັດຈຸບັນ ມີຜູ້ຕິດເຊື້ອກ່ວາ 98,1 ລ້ານຄົນ.

ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດ ຢັ້ງຢືນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ. ຈຳນວນຜູ້ຕິດເຊື້ອຢູ່ ອາເມລິກາ(ກ່ວາ 82,9 ລ້ານຄົນ) ທົບສອງເທົ່າຢູ່ອິນເດຍ (ກ່ວາ 43 ລ້ານຄົນ).

ຕອບກັບ

ຂ່າວ/ບົດ​ອື່ນ