ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ​ວັນ​ທີ 16 ມັງ​ກອນ

(VOVWORLD) -ຕາມເວັບໄຊສະຖິຕິ workdometers.info ແລ້ວ, ໄລຮອດເວລາ 8 ໂມງເຊົ້າຂອງວັນທີ 16 ມັງກອນ (ຕາມເວລາ ຫວຽດນາມ), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 326,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,5 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ​ວັນ​ທີ 16 ມັງ​ກອນ - ảnh 1 ການສັກວັກຊິນ ຢູ່ ລອນດອນ, ອັງກິດ (ພາບ: AFP/TTXVN)

 ວັນທີ 16 ມັງກອນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 15.684 ຄົນ ຢູ່ 61 ແຂວງ, ນະຄອນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.362 ຄົນ ແລະ ມີ 129 ຄົນເສຍຊີວິດ. ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອໄວຣັດສາຍພັນໃໝ່ Omicron 68 ຄົນ, ລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວໃນທັນທີ.

 ສ່ວນຢູ່ໃນໂລກ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 2,3 ລ້ານຄົນ, ໃນນັ້ນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ, ອີຕາລີ ແລະ ອາກຊັງຕິນ.  ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ອາເມລິກາ ແລະ ເອີຣົບ ພວມກວມເອົາເຄິ່ງໜຶ່ງຍອດຈຳນວນຜູ້ຕິດເຊື້ອພາຍວັນໃນທົ່ວໂລກ ຍ້ອນການແຜ່ລະບາດຂອງເຊື້ອໄວຣັດກາຍພັນ Omicron.

ກ່ຽວກັບການຈັດແບ່ງວັກຊິນ, COVAX - ໂຄງການຈັດແບ່ງວັກຊິນກັນພະຍາດໂຄວິດ - 19 ທົ່ວໂລກ ໂດຍ ອົງການອະນາໄມໂລກ (WHO) ແລະ ສະຫະພັນ ວັກຊິນ Gavi ຮ່ວມເດີນທາງ, ໄລ່ຮອດວັນທີ 15 ມັງກອນ ໄດ້ບັນລຸລະດັບແຈກຢາຍ 1 ຕື້ໂດສ. ມີທັງໝົດ 144 ປະເທດ ແລະ ເຂດແຄວ້ນ ໄດ້ຮັບຈຳນວນວັກຊິນຈາກໂຄງການນີ້.

ໂດຍໄດ້ຮັບການລິເລີ່ມແຕ່ປີ 2020, COVAX ໄດ້ສ້າງເປົ້າໝາຍຮອດທ້າຍປີ 2021 ຈະແຈກຢາຍວັກຊິນ 2 ຕື້ໂດສ ໃຫ້ບັນດາປະເທດມີລາຍຮັບປານກາງ ແລະ ຕ່ຳ. ເປັນອັນວ່າ, ໂຄງການ ຫາກໍບັນລຸໄດ້  50% ເປົ້າໝາຍທີ່ໄດ້ວາງອອກ ເຊິ່ງສາຍເຫດແມ່ນຍ້ອນການກະທຳສະສົມວັກຊິນຂອງບັນດາປະເທດທີ່ຮັ່ງມີກວ່າ, ຄຳສັ່ງຈຳກັດສົ່ງອອກຂອງບັນດາປະເທດຜະລິດວັກຊິນ ແລະ ການປ່ຽນແປງໃນຜົນການເຄື່ອນໄຫວຂອງ COVAX.

ຕອບກັບ

ຂ່າວ/ບົດ​ອື່ນ