ສະພາບການໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ

(VOVWORLD) - ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ນັບແຕ່ເວລາ 18 ໂມງຂອງວັນທີ 19 ຕຸລາ ຫາເວລາ 6 ໂມງຂອງວັນທີ 30 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່.
ສະພາບການໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ - ảnh 1 (ພາບປະກອບ)

ມາຮອດປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ແມ່ນ 1.177 ຄົນ, ໃນນັ້ນ ມີ 1.062 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີ 35 ຄົນເສຍຊີວິດ. ໄລ່ຮອດເວລາ 6 ໂມງຂອງວັນທີ 30 ຕຸລາ, ເປັນມື້ທີ 58 ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊືຶ້ອໂຄວິດ-19 ໃນຊຸມຊົນ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 7 ໂມງຂອງວັນທີ 30 ຕຸລາ (ຕາມເວລາ ຫວຽດນາມ) ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 45,3 ລ້ານຄົນ, ໃນນັ້ນ ມີ 1,18 ລ້ານຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ