ສະພາບການໂລກລະບາດໂຄວິດ-19 ໃນວັນທີ 4/4

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 4 ເມສາ, ໂລກ ມີກ່ວາ 131,2 ລ້ານຄົນຕິດເຊື້ອໂຄວິດ-19, ໃນນັ້ນ ມີກ່ວາ 2,8 ລ້ານຄົນເສຍຊີວິດ.

ໄລ່ຮອດ 6 ໂມງ ວັນທີ 4 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 9 ຄົນ (ກໍລະນີ 2621 – 2629), ທັງໝົດລ້ວນແຕ່ແມ່ນຄົນເຂົ້າເມືອງ ແລະ ໄດ້ຮັບການແຍກຕົວຢູ່ແຂວງ ບັກຢາງ, ບັກນິງ ແລະ ໄຕນິງ.

ສະພາບການໂລກລະບາດໂຄວິດ-19 ໃນວັນທີ 4/4 - ảnh 1ພາບປະກອບ

ສະນັ້ນ, ມາຮອດປະຈຸບັນ, ຫວຽດນາມ ມີ 2.629 ຄົນຕິດເຊື້ອໂຄວິດ-19, ໃນນັ້ນ ມີ 2.383 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ໄລ່ຮອດຕອນເຊົ້າວັນທີ 4 ເມສາ, ໂລກ ມີກ່ວາ 131,2 ລ້ານຄົນຕິດເຊື້ອໂຄວິດ-19, ໃນນັ້ນ ມີກ່ວາ 2,8 ລ້ານຄົນເສຍຊີວິດ.

ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ-19 ຍັງແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 31,3 ລ້ານຄົນ ແລະ ເກືອບ 568.400 ຄົນເສຍຊີວິດ. ໃນວັນຜ່ານມາ, ອາເມລິກາ ກວດພົນກ່ວາ 56.100 ຄົນຕິດເຊື້ອໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ