ສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.179 ຄົນ (ຫຼຸດລົງ 140 ຄົນເມື່ອທຽບໃສ່ກ່ອນນັ້ນ 1 ວັນ)

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 16 ໂມງຂອງວັນທີ 22 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.179 ຄົນ (ຫຼຸດລົງ 140 ຄົນເມື່ອທຽບໃສ່ກ່ອນນັ້ນ 1 ວັນ) ຢູ່ 43 ແຂວງ, ນະຄອນ. ໃນນັ້ນຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 3.862 ຄົນ, ມີຜູ້ເສຍຊີວິດ 1 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ