ສະພາບໂລກລະບາດໂຄວິດ-19 ຢູ່ ຫວຽນາມ

(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ອີກ 1.895 ຄົນ (ຫຼຸດລົງ 331 ຄົນເມື່ອທຽບໃສ່ກ່ອນໜ້ານັ້ນໜຶ່ງວັນ)
ນັບແຕ່ເວລາ 16 ໂມງຂອງວັນທີ 13 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 14 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ອີກ 1.895 ຄົນ (ຫຼຸດລົງ 331 ຄົນເມື່ອທຽບໃສ່ກ່ອນໜ້ານັ້ນໜຶ່ງວັນ), ແມ່ນຕົວເລກຕ່ຳສຸດໃນຮອບເວລາກວ່າ 10 ເດືອນຜ່ານມາ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 5.563 ຄົນ. ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ປິ່ນປົວຫາຍດີເປັນປົກກະຕິໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 9,4 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ