ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ໄລ່ຮອດເວລາ 28 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.002.350 ຄົນ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ: suckhoedoisong.vn)

ຕອນເຊົ້າວັນທີ 28 ກັນຍາ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ແມ່ນຄົບ 26 ມື້ທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໂຄວິດ-19 ໃນຊຸມຊົມ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.074 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 999 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

          ໃນລະຫວ່າງວັນທີ 26 – 27 ກັນຍາ, ບັນດາອົງການທີ່ມີໜ້າທີ່, ອົງການຜູ້ຕາງໜ້າຫວຽດນາມ ປະຈຳອາເມລິກາ ແລະ ຍີ່ປຸ່ນ, ພ້ອມກັບບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດປະຈຳຖິ່ນ ໄດ້ຈັດສົ່ງພົນລະເມືອງຫວຽດນາມ 350 ຄົນກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງ ກວາງນິງ, ບັນດາຜູ້ໂດຍສານໄດ້ຕິດຕາມອາການສຸຂະພາບ ແລະ ໄດ້ແຍກຕົວຖືກຕ້ອງຕາມຂໍ້ກຳນົດ.

          ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດວັນທີ 28 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.002.350 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກເຊິ່ງແມ່ນ 7.321.343 ຄົນ ແລະ ມີຜູ້ເສຍຊີວິດ 209.453 ຄົນ.

          ກໍ່ກ່ຽວຂ້ອງເຖິງຕົ້ນກຳເນີດຂອງໄວຣັດ, ໃນກອງປະຊຸມຂ່າວກ່ຽວກັບໂລກລະບາດໂຄວິດ-19, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຢື່ນຢັນວ່າ ໄວຣັດ ນີ້ “ມີຕົ້ນກຳເນີດຈາກທຳມະຊາດ”. ທ່ານຊີ້ແຈ້ງວ່າ “WHO ມີຄວາມເຊື່ອໝັ້ນຕໍ່ວິທະຍາສາດ ແລະ ຫຼັກຖານຕົວຈິງ, ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈິ່ງຮຽກຮ້ອງໃຫ້ມີການຊຸກຍູ້ວິທະຍາສາດ, ມາດຕະການແກ້ໄຂ ແລະ ຄວາມສາມັກຄີ.”

ຕອບກັບ

ຂ່າວ/ບົດ​ອື່ນ