ສະພາປະສານງານ ອາຊຽນ ຈັດກອງປະຊຸມກ່ຽວກັບບັນຫາ Timor-Leste ຂໍເຂົ້າເປັນສະມາຊິກ ອາຊຽນ

(VOVWORLD) -  ກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG) ໄດ້ດຳເນີນໃນຕອນບ່າຍວັນທີ 05 ມີນາ, ຢູ່ນະຄອນ ດ່າໜັງ, ປະເທດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຫວຽດນາມ ປະຈຳ ອາຊຽນ.
ສະພາປະສານງານ ອາຊຽນ ຈັດກອງປະຊຸມກ່ຽວກັບບັນຫາ Timor-Leste ຂໍເຂົ້າເປັນສະມາຊິກ ອາຊຽນ - ảnh 1 ກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG) 

        ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ເນັ້ນໜັກວ່າ: ໜ້າທີ່ຂອງກຸ່ມປະຕິບັດງານສະພາປະສານງານ ອາຊຽນ ແມ່ນຄົ້ນຄວ້າ, ຕີລາຄາກ່ຽວກັບຄວາມສາມາດ, ລະດັບຄວາມກຽມພ້ອມຂອງ Timor-Leste ໃນເລື່ອງຂໍເຂົ້າເປັນສະມາຊິກ ອາຊຽນ ກໍ່ຄືຜົນກະທົບຂອງເລື່ອງເຂົ້າເປັນສະມາຊິກ ອາຊຽນ. ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢັ້ງຢືນວ່າ: ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ຈະສືບຕໍ່ສະຫງວນໃຫ້ Timor-Leste ບັນດາການໜູນຊ່ວຍທີ່ເໝາະສົມ, ໃນນັ້ນ ມີເລື່ອງແບ່ງປັນບົດຮຽນກ່ຽວກັບວຽກງານກະກຽມເຂົ້າເປັນສະມາຊິກ ອາຊຽນ.

        Timor-Leste ຂໍເຂົ້າຮ່ວມ ອາຊຽນ ຢ່າງເປັນທາງການນັບແຕ່ປີ 2011. ໃນປີ 2012, ບັນດາການນຳ ອາຊຽນ ໄດ້ຊີ້ນຳສ້າງຕັ້ງກຸ່ມປະຕິບັດງານຂອງສະພາປະສານງານ ອາຊຽນ ເພື່ອພິຈາລະນາ, ຕີລາຄາຄວາມສາມາດ, ລະດັບຄວາມກຽມພ້ອມຂອງ Timor-Leste ກໍ່ຄືການກະທົບຂອງເລື່ອງເພີ່ມສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ