ສະພາສິດທິມະນຸດ ສປຊ ປຶກສາຫາລືກ່ຽວກັບສິດຂອງຄົນພິການໃນສະພາບການດິນຟ້າອາກາດມີການປ່ຽນແປງ

(VOVWORLD) -  ວັນທີ 08 ກໍລະກົດ, ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ຊຸດທີ 44 ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຫົວເລື່ອງສະເພາະກ່ຽວກັບສິດຂອງຄົນພິການໃນສະພາບການດິນຟ້າອາກາດມີການປ່ຽນແປງ. ນີ້ແມ່ນກອງປະຊຸມໄດ້ຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ, ຟີລິບປີນ ແລະ ບັງກະລາເທດ.
ສະພາສິດທິມະນຸດ ສປຊ ປຶກສາຫາລືກ່ຽວກັບສິດຂອງຄົນພິການໃນສະພາບການດິນຟ້າອາກາດມີການປ່ຽນແປງ - ảnh 1ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ເລທິຕ໊ວຽດມາຍ (ພາບ: baoquocte.vn)

        ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ເລທິຕ໊ວຽດມາຍ ຢືນຢັນວ່າ ເລື່ອງປົກປ້ອງ ແລະ ຊຸກຍູ້ສິດຂອງຄົນພິການ ຍາມໃດກໍ່ແມ່ນບຸລິມະສິດສະເໝີຕົ້ນສະເໝີປາຍຂອງ ອາຊຽນ, ໄດ້ບັນຈຸໃນເອກະສານວິໄສທັດອາຊຽນ 2025 ກໍ່ຄືແຜນການສັງລວມຂອງ ອາຊຽນ 2025 ກ່ຽວກັບການສົມທົບສິດຂອງຄົນພິການ. ທ່ານນາງ ເລທິຕ໊ວຽດມາຍ ເນັ້ນໜັກວ່າ ອາຊຽນ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືສາກົນຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຢັ້ງຢືນວ່າ ການຮ່ວມມືຖ່າຍທອດເຕັກໂນໂລຊີ, ຮັບປະກັນດ້ານການເງິນ ແລະ ສ້າງກຳລັງຄວາມສາມາດ ມີບົດບາດຫຼັກແຫຼ່ງໃນການເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ