ສະພາແຫ່ງຊາດ ຢູແກຼນ ຮັບຮອງເອົາມະຕິເພີ່ມທະວີການຄວບຄຸມເຂດຊາຍແດນທາງທິດຕາເວັນອອກ

ສະພາແຫ່ງຊາດ ຢູແກຼນ ຮັບຮອງເອົາມະຕິເພີ່ມທະວີການຄວບຄຸມເຂດຊາຍແດນທາງທິດຕາເວັນອອກ - ảnh 1
(ພາບປະກອບ: AFP)

(vovworld) –  ວັນ​ທີ 17/06, ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ບັນຫາ​ເພີ່ມ​ທະວີ​ການຄວບ​ຄຸມເຂດ​ຊາຍ​ແດນທາງ​ທິດຕາ​ເວັນ​ອອກ​ກັບ​ລັດ​ເຊຍ. ມີ​ຈຳນວນ 261/450 ສະມາຊິກ​ສະພາ​ແຫ່ງ​ຊາດຢູ​ແກຼນ ​ໄດ້​ສະໜັບ​ສະ​ໜູນມະຕິ​ເລກທີ 4048 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ ​ແລະ ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ. ຕາມ​ນັ້ນ​ແລ້ວ, ​ໃນ​ໄລ​ຍະ​ເປັນ​ເວລາ 1 ​ເດືອນ, ອົງການ​ປ້ອງ​ກັນຊາ​ຍ​ແດນ​ຢູ​ແກຼນ ຕ້ອງ​ເພີ່ມ​ທະວີ​ຈຳນວນ​ພາລະ​ກອນ​ເພື່ອ​ສາມາດ​ຄວບ​ຄຸມ​ເຂດ​ຊາຍ​ແດນທາງ​ທິດຕາ​ເວັນ​ອອກ​ກັບ​ລັດ​ເຊຍ. ມະຕິ​ກໍ່​ຮຽກຮ້ອງ​​ໃຫ້ລັດຖະບານ​ຢູ​ແກຼນ ກຳນົດ​ຈຳນວນ​ດ່ານ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​​ໃນ​ຮອບ​ເວລາ 1 ​ເດືອນ. ມະຕິ​ດັ່ງກ່າວ​ກໍ່​ຮຽກຮ້ອງ​ເພີ​ມທະວີ​ການ​ຄວບ​ຄຸມນຊາຍ​ແດນ​ຢູ​ແກຼນ, ບໍລິ​ເວນ​ຕິດ​ກັບ Pridnestrovye, ​ເຂດ​ດິນ​ຂຶ້ນ​ກັບ Moldova ບ່ອນ​ທີ່​ມີ​ຊາວ​​ເຊື້ອ​ຊາດ​ລັດ​ເຊຍ ດຳລົງ​ຊີວິດ ​ແລະ ພວມ​ທວງ​ໃຫ້​ໂຮມ​ດິນ​ແດນ​ເຂົ້າກັບ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ