ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການເຕີບໂຕ GDP ປີ 2026 ບັນລຸ 10% ຂຶ້ນໄປ
(VOVWORLD) - ຕອນເຊົ້າວັນທີ 13 ພະຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດສັງຄົມປີ 2026.
ບັນດາສະມາຊິກ ເຂົ້າຮ່ວມກອງປະຊຸມ ຂອງສະພາແຫ່ງຊາດ (ພາບ: ສະພາແຫ່ງຊາດ) |
ມະຕິໄດ້ຮັບຮອງເອົາດ້ວຍຄວາມເຫັນດີຂອງ ສສຊ 429 ໃນຈຳນວນ 433 ທ່ານ, ກວມເອົາ 90,51%. ມະຕິກຳນົດເປົ້າໝາຍສັງລວມ ນັ້ນແມ່ນ: ໃຫ້ບຸລິມະສິດການຊຸກຍູ້ການເຕີບໂຕບົນພື້ນຖານຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ…ຈາກເປົ້າໝາຍສັງລວມ, ສະພາແຫ່ງຊາດກຳນົດ 15 ຄາດໝາຍລະອຽດ. ໃນນັ້ນ, ອັດຕາເພີ່ມຍອດຜະລິດຕະພັນພາຍໃນປະເທດ (GDP) ສູ້ຊົນບັນລຸແຕ່ 10% ຂຶ້ນໄປ. GDP ສະເລ່ຍຕໍ່ຫົວຄົນບັນລຸ 5.400 – 5.500 USD. ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍພະນັກງານລັດ, ລັດຖະກອນ. ບັນດາ ສສຊ ໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດກົດໝາຍສະບັບໃໝ່ເພື່ອສ້າງກອບນິຕິກຳໃຫ້ສົມບູນແບບໃນສະພາບການໃໝ່.