ສະພາແຫ່ງຊາດ ຮຸງກາຣີ ໃຫ້ສັດຕະຍາບັນເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO

(VOVWORLD) -ດ້ວຍບັດເຫັນດີ 182 ບັດ ແລະ ບັດຂາວ 6 ບັດ, ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO.
ສະພາແຫ່ງຊາດ ຮຸງກາຣີ ໃຫ້ສັດຕະຍາບັນເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO - ảnh 1ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO
(ພາບ: Reuters)

        ວັນທີ 27 ມີນາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ໃຫ້ສັດຕະຍາບັນຂໍ້ສະເໜີເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຂອງ ແຟງລັງ, ຢຸດຕິການໂຈະໄວ້ມາເປັນຫຼາຍເດືອນ ແລະ ນຳປະເທດ ເອີລົບເໜືອ ນີ້ທີບາດກ້າວທີ່ຫຍັບເຂົ້າໃກ້ກັນການກາຍເປັນສະມາຊິກຂອງສຳພັນທະມິດການທະຫານນີ້.

        ດ້ວຍບັດເຫັນດີ 182 ບັດ ແລະ ບັດຂາວ 6 ບັດ, ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO. ການປ່ອນບັດດຳເນີນໄປພາຍຫຼັງທີ່ລັດຖະບານ ຮຸງກາຣີ ໂຈະໄວ້ມາເປັນເວລາຫຼາຍເດືອນ.

        ແຟງລັງ ແລະ ຊຸແອັດ ໄດ້ປະລະນະໂຍບາຍບໍ່ຮ່ວມກຸ່ມດ້ານການທະຫານທີ່ແກ່ຍາວຫຼາຍທົດສະວັດ ແລະ ໄດ້ສົ່ງໃບຂໍເປັນສະມາຊິກ NATO ໃນເດືອນ ພຶດສະພາ ປີ 2022 ຕໍ່ໜ້າໄພນາບຂູ່ຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ອາທິດກ່ອນ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ, ສະພາແຫ່ງຊາດ ຕວັກກີ ກໍ່ຈະເລີ່ມຜັນຂະຫຍາຍການໃຫ້ສັດຕະຍາບັນເລື່ອງເຂົ້າເປັນສະມາຊິກ NATO ຂອງ ແຟງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ