ສະພາແຫ່ງຊາດ ແລະ ສະພາສູງ ຝຣັ່ງ ປຶກສາຫາລືກ່ຽວກັບທະເລຕາເວັນອອກ

(VOVWORLD) - ວັນທີ 27 ກຸມພາ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ສັງກັດສະພາແຫ່ງຊາດ ຝຣັ່ງ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກ: ສິ່ງທ້າທາຍ ແລະ ກາລະໂອກາດສຳລັບ ຝຣັ່ງ ແລະ ຫວຽດນາມ” ກອງປະຊຸມສຳມະນາໄດ້ດຳເນີນຢູ່ທັງສະພາແຫ່ງຊາດ ແລະ ສະພາສູງ ຝຣັ່ງ.
ສະພາແຫ່ງຊາດ ແລະ ສະພາສູງ ຝຣັ່ງ ປຶກສາຫາລືກ່ຽວກັບທະເລຕາເວັນອອກ - ảnh 1 ສະພາແຫ່ງຊາດ ແລະ ສະພາສູງ ຝຣັ່ງ ປຶກສາຫາລືກ່ຽວກັບທະເລຕາເວັນອອກ

        ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ຫງວຽນທຽບ ພ້ອມດ້ວຍບັນດານັກການເມືອງ, ນັກຄົ້ນຄວ້າ, ນັກວິທະຍາສາດ, ຄູອາຈານສັງກັດມະຫາວິທະຍາໄລຕ່າງໆ, ບັນດານັກການທູດ, ນັກຂ່າວ ແລະ ຜູ້ທີ່ມີຄວາມສົນໃຈເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາງ Stephanie Do, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ໃຫ້ຮູ້ວ່າ:

        “ກຸ່ມສະມາຊິກລັດຖະສະພາມິດຕະພາບພວກຂ້າພະເຈົ້າມີບຸລິມະສິດແມ່ນ ສຸມໃສ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດລັດຖະສະພາ. ໃນຂອບເຂດນີ້, ພວກຂ້າພະເຈົ້າຈັດຕັ້ງກອງປະຊຸມສຳມະນາຂຶ້ນໃນມື້ນີ້. ພວກຂ້າພະເຈົ້າເປັນກຽດໄດ້ຕ້ອນຮັບບັນດາຕົວພະຍານ, ສະມາຊິກລັດຖະສະພາ, ນັກຊ່ຽວຊານ, ນັກຄົ້ນຄວ້າ, ນັກປະຫວັດສາດວິທະຍາ ແລະ ບັນດາສາດສະດາຈານ,ເຊິ່ງ ແມ່ນບຸກຄົນທີ່ຈະເຕື້ອງເຖິງບັນດາສິ່ງທ້າທາຍທີ່ມີຕໍ່ປະຊາຄົມສາກົນຢູ່ທະເລຕາເວັນອອກ. ຂ້າພະເຈົ້າຖືວ່າ, ນັ້ນຈະແມ່ນສິ່ງທ້າທາຍກ່ຽວກັບການເມືອງ, ພູມສາດຍຸດທະສາດ ແລະ ນິຕິກຳ.

        ກອງປະຊຸມສຳມະນາກ່ຽວກັບສະພາບທະເລຕາເວັນອອກໄດ້ຈັດຕັ້ງຢູ່ທັງສະພາສູງ ແລະ ສະພາແຫ່ງຊາດ ຝຣັ່ງ ແມ່ນເຫດການທີ່ມີລັກສະນະການເມືອງພິເສດ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງປະເທດ ຝຣັ່ງ ທີ່ມີຕໍ່ສະພາບການຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ