ສະພາແຫ່ງຊາດຊັກຖາມລັດຖະມົນຕີກະຊວງພາຍໃນກ່ຽວກັບວຽກງານພະນັກງານ

ທ່ານລັດຖະມົນຕີກະຊວງພາຍໃນ ເລວິ້ງເຕີນຕອບຄຳຊັກຖາມ ບັນດາສ.ສ.ຊ |
(vovworld)- ວາລະຊັກຖາມທ່ານລັດຖະມົນຕີກະຊວງພາຍໃນ ເລວິ້ງເຕີນເມື່ອຕອນບ່າຍວັນທີ 16/11 ໄດ້ເລັ່ງໃສ່ບັນຫາຫຼຸດຜ່ອນພະນັກງານບັນຈຸ, ຍົກສູງຄຸນນະພາບພະນັກງານ, ລັດຖະກອນ, ປ່ຽນໃໝ່ວຽກງານວາງແຜນຊັບຊ້ອນ, ແຕ່ງຕັ້ງພະນັກງານ. ເມື່ອເຕື້ອງເຖິງ ບັນຫາຫຼຸດຜ່ອນຈຳນວນພະນັກງານບັນຈຸ, ທ່ານລັດຖະມົນຕີກະຊວງພາຍໃນ ເລວິ້ງເຕີນ ໃຫ້ຮູ້ວ່າ :
“ ນີ້ແມ່ນແຜນນະໂຍບາຍທີ່ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງຢ່າງສູງສຸດເພື່ອຫຼຸດຜ່ອນຈຳນວນພະນັກງານບັນຈຸ, ສ້າງກົງຈັກໃຫ້ກະທັດລັດສົມທົບກັບການສ້າງໂຄງປະກອບຖັນແຖວພະນັກງານລັດຖະກອນຄືນໃໝ່. ສຳລັບບັນດາຫົວໜ່ວຍພາລະກິດ, ແມ່ນສົ່ງເສີມການຫັນເປັນວຽກງານສັງຄົມ ແລະ ມອບສິດໃຫ້ເປັນເຈົ້າຕົນເອງ. ການປະຕິບັດການຫຼຸດຜ່ອນຈຳນວນພະນັກງານບັນຈຸຢ່າງເດັດດ່ຽວ ກໍແມ່ນໜຶ່ງໃນບັນດາບັນຫາປະຕິບັດການປະຕິຮູບເງິນເດືອນ ”