ສະພາແຫ່ງຊາດຍີ່ປຸ່ນຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ້ອງກັນຄວາມສະຫງົບ

ສະພາແຫ່ງຊາດຍີ່ປຸ່ນຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ: Reuters)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/09, ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ຄວາ​ມສະຫງົບ ​ເພື່ອ​ແນ​ໃສ່​ເປີ​ດກ້ວາງ​ບົດບາດ​ຂອງ​ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ (SDF) ຢູ່​ຕ່າງປະ​ເທດ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດ​ຄ້າ​ນຢ່າງ​ແຮງຈາກບັນດາ​ສະມາຊິກ​ຝ່າຍ​ຄ້ານ. ການ​ກະທຳ​ນີ້​ໄດ້​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ປ່ຽນ​ແປງອັນ​ໃຫຍ່​ຫຼວງ​ໃນ​ນະ​​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ຍີ່ປຸ່ນ ​ໄລຍະຫຼັງສົງຄາມ, ອະນຸດ​ຍາດ​ໃຫ້​ພົນທະຫານ​ປະ​ເທດ​ນີ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່​ຕ່າງປະ​ເທດ. ດ້ວຍ​ຈຸດປະສົງ​ເປີດ​ກວ້າງ​ບົດບາດ​ຂອງ SDF ຢູ່​ຕ່າງປະ​ເທດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ພັນທະ​ມິດ​ກັບ​ອາ​ເມ​ລິ​ກາ, ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ຄວາມ​ສະຫງົບສະບັບ​ໃໝ່ນີ້ ອະນຸດ​ຍາດ​ໃຫ້​ຍີ່​ປຸ່ນ ​​ປະຕິບັດສິດ​ປ້ອງ​ກັນ​ຮ່ວມ ຫຼື ໜູນ​ຊ່ວຍ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັດ​ທະ​ມິດ​ອື່ນທີ່​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ກຳລັງ​ອາວຸດ, ນັບ​ທັງ​ໃນ​ກໍລະນີ​ຍີ່ປຸ່ນ ບໍ່​ຖືກ​ບຸກ​ໂຈມ​ຕີ. ນອກ​ນັ້ນ, ກົດໝາຍ​ໃໝ່ນີ້​ຍັງ​ອະນຸຍາດ​ໃຫ້ SDF ໜູນ​ຊ່ວຍ​ດ້ານພະລາທິການ​ໃຫ້​ກອງທັບ​ຕ່າງປະ​ເທດ ​ໃນ​ບັນດາ​ການ​ເຄື່ອນ​ໄຫວປົກ​ປັກ​ຮັກສາ​ສັນຕິພາບ​ສາກົນ.

ຂ່າວ/ບົດ​ອື່ນ