ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ)

(VOVWORLD) -ຕອນເຊົ້າວັນທີ 20 ພະຈິກ, ດ້ວຍຄວາມເຫັນດີຂອງສະມາຊິກສະພາແຫ່ງຊາດເປັນສ່ວນຫຼາຍ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ).  
ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) - ảnh 1 (ພາບ: Quochoi.vn)

ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ມີບາງຈຸດທີ່ໜ້າສົນໃຈຄືກ່ຽວກັບອາຍຸການພັກກິນເບ້ຍບຳນານ ໄດ້ດັດປັບມາຢູ່ທີ່ອາຍຸຄົບ 62 ປີ ສຳລັບຜູ້ອອກແຮງງານເພດຊາຍໃນປີ 2028 ແລະ ອາຍຸຄົບ 60 ປີສຳລັບເພດຍິງໃນປີ 2035. ສຳລັບການກຳນົດກ່ຽວກັບເວລາເຮັດວຽກທຳມະດາ, ກົດໝາຍກຳນົດວ່າ ບໍ່ເກີນ 8 ຊົ່ວໂມງ/ວັນ ແລະ ບໍ່ເກີນ 48 ຊົ່ວໂມງ/ອາທິດ…

        ຕໍ່ຈາກນັ້ນ, ກໍ່ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ), ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ: ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ຈະປະກອບສ່ວນລົບລ້າງຮົ້ວກີດຂວາງໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດທີ່ບໍ່ເໝາະສົມກັບເສດຖະກິດການຕະຫຼາດ ແລະ ຄຳໝັ້ນສັນຍາເຊື່ອມໂຍງຂອງຫວຽດນາມ. ທ່ານ ເຢືອງມິງຕ໊ວນ, ສະມາຊິກສະພາແຫ່ງຊາດແຂວງ ບ່າເຣີຍ - ວູງເຕົ່າ, ມີຄຳເຫັນວ່າ.

        “ເລື່ອງປັບປຸງກົດໝາຍນັ້ນ ຄວນມີການກຳນົດຈະແຈ້ງ, ປະສານສົມທົບໃສ່ກັບບັນດາມາດຕາ, ຂໍ້ຕ່າງໆເພື່ອແນໃສ່ດຶງດູດນັກລົງທຶນທີ່ມີກຳລັງຄວາມສາມາດຢ່າງແທ້ຈິງ ເພື່ອປະຕິບັດບັນດາໂຄງການລົງທຶນທີ່ມີຄຸນນະພາບສູງ, ຕອບສະໜອງການນຳໃຊ້ບັນດາແຫຼ່ງກຳລັງທາງດ້ານທີ່ດິນ, ສິ່ງແວດລ້ອມ, ຊັບພະຍາກອນໂລຫະ, ແຮງງານຢ່າງມີປະສິດທິຜົນ”.

        ດ້ວຍອັດຕາສະມາຊິກສະພາແຫ່ງຊາດເຫັນດີຫຼາຍກວ່າ 90%, ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ ຈະເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2021 ເປັນຕົ້ນໄປ. ເລື່ອງຫວຽດນາມ ປັບປຸງ ແລະ ຮັບຮອງເອົາກົດໝາຍວ່າດ້ວຍແຮງງານ ໄດ້ມີປະຕິກິຕິຍາການຕ້ອນຮັບຢ່າງຕັ້ງໜ້າຈາກບັນດານັກຊ່ຽວຊານສາກົນໃນຂົງເຂດນີ້. ທ່ານ Tim De Meyer, ທີ່ປຶກສາຂັ້ນສູງດ້ານນະໂຍບາຍ ແລະ ມາດຕະຖານສາກົນ, ຂອງອົງການແຮງງານສາກົນ (ILO), ຕີລາຄາວ່າ.

        “ຂ້າພະເຈົ້າຄິດວ່າ, ຄວາມກ້າວໜ້າໃຫຍ່ຫຼວງທີ່ສຸດທີ່ບັນລຸໄດ້ແມ່ນເລື່ອງໄດ້ຍັບເຂົ້າໃກ້ກັບບັນດາມາດຕະຖານແຮງງານສາກົນກວ່າອີກ, ໝາຍຄວາມວ່າເຂົາເຈົ້າໄດ້ສ້າງຕັ້ງບັນດາອົງການຜູ້ຕ່າງໜ້າໃຫ້ແກ່ຕົນເອງເພື່ອເຂົ້າຮ່ວມບັນດາການເຈລະຈາກ່ຽວກັບເງື່ອນໄຂການເຮັດວຽກຢ່າງແທດຈິງ. ພວກຂ້າພະເຈົ້າເຫັນໄດ້ຄວາມກ້າວໜ້າທີ່ບັນລຸໄດ້ໃນການພົວພັນດ້ານວຽກງານ ເຊິ່ງປະຈຸບັນໄດ້ນຳເຂົ້າໃນກົດໝາຍວ່າດ້ວຍແຮງງານ. ສະນັ້ນ, ສິ່ງດັ່ງກ່າວອາດຈະຊ່ວຍໃຫ້ຫວຽດນາມ ມີຄວາມເໝາະສົມກັບບັນດາມາດຕະຖານສາກົນກວ່ານີ້ຕື່ມອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ