ສະພາແຫ່ງຊາດຫວຽດນາມ ຈະຮ່ວມມືພ້ອມກັບລັດຖະສະພາ ອິນເດຍ ຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ

(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ຕອນເຊົ້າວັນທີ 20 ພະຈິກ, ທ່ານປະທານາທິບໍດີ ອິນເດຍ Ram Nath Kovind  ໄດ້ມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຂອງສະພາແຫ່ງຊາດຫວຽດນາມ.

ສະພາແຫ່ງຊາດຫວຽດນາມ ຈະຮ່ວມມືພ້ອມກັບລັດຖະສະພາ ອິນເດຍ ຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ - ảnh 1ທ່ານປະທານາທິບໍດີ ອິນເດຍ Ram Nath Kovind   ກ່າວປາໄສທີ່ກອງປະຊຸມຄົບຄະນະຂອງສະພາແຫ່ງຊາດຫວຽດນາມ (ພາບ: vietnam.net)

ທ່ານປະທານາທິບໍດີ ອິນເດຍ Ram Nath Kovind  ຢັ້ງຢືນວ່າ ຫວຽດນາມ ແມ່ນເສົາຄໍ້າສໍາຄັນສໍາລັບນະໂຍບາຍເຄື່ອນໄຫວທາງທິດຕາເວັນອອກຂອງ ອິນເດຍ. ໃນຂອບເຂດຢູ່ນອກພາກພື້ນ, ອິນເດຍ ແລະ ຫວຽດນາມ ສືບຕໍ່ໃຫ້ຄໍາໝັ້້ນສັນຍາຮ່ວມມືນໍາກັນໃນບັນດາຂົງເຂດໃໝ່ທີ່ມີຄວາມສ່ຽງ ຄື ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ທີ່ບັນດາເວທີປາໄສຫຼາຍຝ່າຍ. ເມື່ຶອເນັ້ນໜັກເຖິງຄວາມມຸ່ງຫວັງ ແລະ ຂອງປະຊາຊົນຕໍ່ກັບຄວາມວັດທະນາຖາວອນຂອງ ແມ່ນກໍາລັງໜູນຕົ້ນຕໍໃນບັນດາຄວາມມານະພະຍາຍາມຂອງທັງຫວຽດນາມ ແລະ ອິນເດຍ, ທ່ານປະທານາທິບໍດີ ອິນເດຍປາດຖະໜາວ່າ:

        “ເພີ່ມທະວີການພົວພັນດໍາເນີນທຸລະກິດ ແລະ ການເຊື່ອມຕໍ່ລະຫວ່າງສອງປະເທດ ຈະມີບົດບາດສໍາຄັນໃນວິວັດການດັ່ງກ່າວ. ປັດຈຸບັນ, ສອງປະເທດລ້ວນແຕ່ແມ່ນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ. ຫວຽດນາມມີວິວັດແຫ່ງການເຕີບໂຕ ໂດຍອີງໃສ່ການສົ່ງອອກທີ່ເປັນໜ້າປະທັບໃຈ, ປັດຈຸບັນ, ອິນເດຍແມ່ນພື້ນຖານເສດຖະກິດໃຫຍ່ ພັດທະນາໄວທີ່ສຸດໃນໂລກ. ການຄ້າສອງຝ່າຍບັນລຸ 12,8 ຕື້ USD  ໃນປີແລ້ວນີ້ ແລະ ອິນເດຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືໃຫຍ່ທີ່ສຸດຂອງຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນການຢ້ຽມຢາມທາງລັດຖະກິດຄັ້ງນີ້, ບັນດານັກທຸລະກິດທີ່ຂະຫຍັນຂັນເຄື່ອນຈາກທັງສອງຝ່າຍ ຈະຊ່ວຍໃຫ້ຫວຽດນາມ ແລະ ອິນເດຍບັນລຸຂີດໝາຍເສດຖະກິດໃໝ່”.

        ໂດຍຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງຽວນທິກິມເງິນ ໄດ້ອວຍພອນໃຫ້ອິນເດຍ ສືບຕໍ່ບັນລຸໄດ້ບັນດາຜົນງານເຕີບໂຕເສດຖະກິດ - ສັງຄົມ ສໍາຄັນ ແລະ ນັບມື້ນັບຢັ້ງຢືນທີ່ຕັ້ງບົດບາດໃນເວທີສາກົນ. ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອິນເດຍ ພວມຢູ່ໃນທ່າພັດທະນາຢ່າງດີງາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ:

        “ກ່ຽວກັບການພົວພັນອັນດີງາມລະຫວ່າງຫວຽດນາມ - ອິນເດຍ, ຂ້າພະເຈົ້າຂໍຢໍ້າຄືນຄໍາຢັ້ງຢືນຂອງທ່ານອະດີດນາຍົກລັດຖະມົນຕີຫວຽດນາມ ຟ້າມວັນດົງ ໃນການຢ້ຽມຢາມ ອິນເດຍ ໃນລະດູໃບໄມ້ຫຼົ່ນ ເມື່ອປີ 1980 ວ່່າ: “ການພົວພັນລະຫວ່າງຫວຽດນາມ - ອິນເດຍ ແຈ່ມໃສຄືທ້ອງຟ້າ”. ດັ່ງນັ້ນ, ສະພາແຫ່ງຊາດຫວຽດນາມ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນ ຮ່ວມມືກັບ ລັດຖະສະພາ ອິນເດຍ ປະກອບສ່ວນປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ; ເພື່ອສັນຕິພາບ, ວັດທະນາຖາວອນ, ຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ຂອງໂລກ”.

ແລະກໍ່ໃນຕອນເຊົ້າວັນດຽວກັນ,  ທີ່ການຕ້ອນຮັບປະທານາທິບໍດີ ອິນເດຍ Ram Nath Kovind, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ເລື່ອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind  ຮັບຄຳເຊີນກ່າວຄຳເຫັນທີ່ກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ແມ່ນມີຄວາມໝາຍພິເສດ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໄລຍະໃຫມ່. ທ່ານ ປະທານາທິບໍດີ ອິນເດຍ Ram Nath Kovind  ສະແດງຄວາມເຊື່ອໝັ້ນວ່າ ເຫດການນີ້ ກໍ່ຄືການຢ້ຽມຢາມ ອິນເດຍ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ເມື່ອປີ 2016 ແລະ ການແລກປ່ຽນຄະນະຜູ້ແທນລັດຖະສະພາມິດຕະພາບສອງປະເທດຜ່ານມາ ຈະສືບຕໍ່ຮັດແຫນ້ນການພົວພັນລະຫວ່າງສອງອົງການນິຕິບັນຍັດກວ່າອີກ.


 

ຕອບກັບ

ຂ່າວ/ບົດ​ອື່ນ