ສະພາແຫ່ງຊາດຫວຽດນາມກ້າວເຂົ້າສູ່ການເຮັດວຽກໃນອາທິດທີ 2

(VOVWORLD) -ວັນທີ 25 ພຶດສະພາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໄດ້ກ້າວເຂົ້າສູ່ການເຮັດວຽກໃນອາທິດທີ 2 ດ້ວຍຫຼາຍເນື້ອໃນສຳຄັນ
ສະພາແຫ່ງຊາດຫວຽດນາມກ້າວເຂົ້າສູ່ການເຮັດວຽກໃນອາທິດທີ 2 - ảnh 1(ພາບປະກອບ: quochoi.vn)

ໃນນັ້ນ, ໄດ້ດຳເນີນກອງປະຊຸມທາງອອນລາຍ, ສະພາແຫ່ງຊາດໄດ້ຮັບຟັງຄະນະຕິດຕາມກວດກາລາຍງານກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການທຳຮ້າຍເດັກ.

        ແລະກໍ່ໃນອາທິດນີ້, ສະພາແຫ່ງຊາດຍັງໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ ຕ່າງໆຄື: ຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປ່ອງດອງ, ເຈລະຈາຢູ່ສານ; ຮ່າງກົດໝາຍວ່າດ້ວຍຊາວໜຸ່ມ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ; ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). ສະພາແຫ່ງຊາດກໍ່ໄດ້ຮັບຟັງການສະເໜີກ່ຽວກັບ: ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030…

        ຕາມລາຍການເຮັດວຽກຂອງສະພາແຫ່ງຊາດແລ້ວ, ວັນທີ 25 ພຶດສະພາ, ສະພາແຫ່ງຊາດຈະຮັບຟັງ ແລະ ປຶກສາຫາລືທາງອອນລາຍກ່ຽວກັບຮ່າງມະຕິວ່າດ້ວຍການຍົກເວັ້ນ ແລະ ຫຼຸດຜ່ອນພາສີສຳລັບດິນກະສິກຳ, ໄລຍະ 2021 – 2025. ຢູ່ນອກກອງປະຊຸມ, ທ່ານ ໂດ້ວັນຊິງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງຈິ້, ຖືວ່າ.

        “ຂ້າພະເຈົ້າເຫັນດີຕໍ່ເລື່ອງຍົກເວັ້ນ ແລະ ຫຼຸດຜ່ອນພາສີ, ເປົ້າໝາຍທີ່ໄດ້ຮັບຊົມໃຊ້, ພິເສດແມ່ນສຳລັບຊາວກະສິກອນ ແລະ ຊົນນະບົດ, ການຍົກເວັ້ນ ແລະ ຫຼຸດຜ່ອນພາສີໃຫ້ແກ່ຊາວກະສິກອນແມ່ນສິ່ງທີ່ດີເພື່ອເປີດກວ້າງການຜະລິດ, ສະສົມທຶນເພື່ອພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ