ສະ​ພາ​ແຫ່ງ​ຊາດ​ອັງ​ກິດ​ຮັບ​ຮອງ​ເອົາ​ຮ່າງ​​ກົດ​ໝາຍ​ວ່າ​ດ້ວຍ​ການສະ​ກັດ​ກັ້ນ “Brexit ແຂງ​ກະ​ດ້າງ”

(VOVWORLD) -ວັນທີ 6 ກັນຍາ, ສະພາສູງອັງກິດ ໄດ້ຮັບຮອງເອົາຮ່າງກົດໝາຍແນໃສ່ສະກັດກັ້ນແຜນການອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) - Brexit -  ແຕ່ບໍ່ມີຂໍ້ຕົກລົງໃນທ້າຍເດືອນຕຸລາທີ່ຈະມາເຖິງນີ້....
ສະ​ພາ​ແຫ່ງ​ຊາດ​ອັງ​ກິດ​ຮັບ​ຮອງ​ເອົາ​ຮ່າງ​​ກົດ​ໝາຍ​ວ່າ​ດ້ວຍ​ການສະ​ກັດ​ກັ້ນ “Brexit ແຂງ​ກະ​ດ້າງ” - ảnh 1

ພາບປະກອບ: The Conversation

     ດ້ວຍວິທີບັງຄັບໃຫ້ ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຕອ້ງຊອກຫາວິທີໂຈະແຜນການ Brexit. ຮ່າງກົດໝາຍສະບັບນີ້ຈະບັງຄັບໃຫ້ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຕອ້ງສະເໜີ EU ຕໍ່ກຳນົດເວລາໃຫ້ຖານະເປັນສະມາຊິກຂອງອັງກິດ ຢູ່ສະຫະພາບເອີລົບຕື່ມອີກ 3 ເດືອນ, ໝາຍຄວາມວ່າຮອດວັນທີ 31 ມັງກອນປີ 2020- ຖ້າຫາກວ່າສະພາແຫ່ງຊາດບໍ່ຮັບຮອງເອົາຂໍ້ຕົກລົງກ່ຽວກັບ Brexit ຫລືວ່າເຫັນດີຖອນຕົວອອກຈາກ EU ແຕ່ບໍ່ມີຂໍ້ຕົກລົງໃນວັນທີ 19 ຕຸລາ. ຄາດວ່າ ເຈົ້າຍິງ Elizabeth II ຈະເຊັນປະກາດໃຊ້ເອກະສານສະບັບນີ້ເປັນກົດໝາຍໃນວັນທີ 9 ກັນຍາທີ່ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ