ສະພາແຫ່ງຊາດອາເມລິກາຮັບຮູ້ທ່ານDonald Trump ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ

ສະພາແຫ່ງຊາດອາເມລິກາຮັບຮູ້ທ່ານDonald Trump ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ - ảnh 1
ທ່ານ Donald Trump ຜູ້​ຫາກໍ່​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ ອາ​ເມ​ລິ​ກາ
​(ພາບ: thethaovanhoa.vn)

(vovworld) - ວັນ​ທີ 6/1, ສະ​ພາ​ແຫ່ງ​ຊາດ ​ອາ​ເມ​ລິ​ກາ ​ຮັບ​ຮູ້​ທ່ານ Donald Trump ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 8/11/2016 ຜ່ານ​ມາ ແລະ ໄດ້​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 45 ຂອງ​ປະ​ເທດ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ສິ້ນ​ສຸດ​ການ​​ນັບບັດ​ເລືອກ​ຕັ້ງ​ທີ່​ວາ​ລະ​ປະ​ຊຸມ​ຂອງ​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ສຳ​ຄັນ​ໃນ​ວັນ​ທີ 19/12 ຜ່ານ​ມາ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ໄດ້​ຖະ​ແຫຼງວ່າ “ທ່ານ Donald Trump ມາ​ຈາກ ນິວ​ຢອກ ຍາດ​ໄດ້​ບັດ​ເລືອກ​ຕັ້ງ 304 ບັດ ແລະ ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ” ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ Hillary Clinton ​ສັງ​ກັດພັກ​ປະ​ຊາ​ທິ​ປະ​ໄຕ​ຍາດ​ໄດ້​ພຽງ 227 ບັດ.

        ຄາດ​ວ່າ, ພາຍຫຼັງ​ພິ​ທີ​ສາ​ບານ​ຕົວ​ເຂົ້​າ​ດຳ​ລົງ​ຕຳ​ແໜ່ງໃນ​ວັນ​ທີ 20/1 ຂອງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ຫາ​ກໍ່​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ Donald Trump ​ຈະ​ເລ​ີ່ມ​​ຕົ້ນ​​​ຂ້ອງ​ຄາກັບ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ