ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບເສດຖະກິດສັງຄົມປີ 2018

(VOVWORLD) - ມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມປີ 2018 ຂອງ ຫວຽດນາມ ເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ວາລະກອງປະຊຸມໃນຕອນເຊົ້າວັນທີ 10 ພະຈິກນີ້ ບັນລຸຄາດໝາຍເຕີບໂຕ GDP ເພີ່ມຂຶ້ນແຕ່ 6,5% - 6,7%. 

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບເສດຖະກິດສັງຄົມປີ 2018 - ảnh 1 ບັນດາສະມາຊິກສະພາແຫ່ງຊາດ

ຕາມມະຕິແລ້ວ, ຄາດໝາຍສັງລວມໃນປີ 2018 ຂອງ ຫວຽດນາມ ແມ່ນສືບຕໍ່ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້; ສ້າງການຫັນປ່ຽນຢ່າງຈະແຈ້ງ ໃນການປະຕິບັດ 3 ບຸກທະລຸຍຸດທະສາດ, ປ່ຽນແປງໃໝ່ຮູບແບບການເຕີບໂຕ ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບແຮງງານ ແລະ ກຳລັງ ແກ່ງແຍ້ງ, ສົ່ງເສີມການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ເລີ່ມທຸລະກິດ, ພັດທະນາວິສາຫະກິດ, ສະຫະກອນແບບໃໝ່, ຊຸກຍູ້ການເຕີບໂຕເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ…

        ນອກຈາກຕົກເລກຄາດໝາຍກ່ຽວກັບການເຕີບໂຕ GDP ແລ້ວ, ມະຕິຍັງໄດ້ວາງອອກຄາດໝາຍເພີ່ມຍອດວົງເງິນການຄ້າສົ່ງອອກແຕ່ 7 – 8% ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ