ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ

(VOVWORLD) - ຕອນບ່າຍວັນທີ 26 ພະຈິກ ສະພາແຫ່ງຊາດ ໄດ້ຮັບຮອງເອົາຮ່າງກົດໝາຍ ແລະ ມະຕິບາງສະບັບຄື: 
ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ - ảnh 1ກອງປະຊຸມສະໄໝສະມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ XIV (ພາບ: TTXVN)

ກົດໝາຍວ່າດ້ວຍຫລັກຊັບ ສະບັບປັບປຸງ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກວດສອບແຫ່ງລັດ, ມະຕິກ່ຽວກັບບົດລາຍງານຄົ້ນຄ້ວາຄວາມເປັນໄປຂອງໂຄງການລົງທຶນກໍ່ສ້າງທ່າອາກາດສະຍານ ລອງແທ່ງ ໄລຍະ 1, ມະຕິໃຫ້ສັດຕາຍາບັນແຜນນະໂຍບາຍລົງທຶນໂຄງການອ່າງເກັບນ້ຳ ກາແປດ ເມືອງ ຮ່າມທ້ວນນາມ ແຂວງ ບີງທ້ວນ.

ກ່ອນຫນ້ານັ້ນ ຕອນເຊົ້າວັນທີ 26 ພະຈິກ, ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການໄກ່ເກ່ຍ, ເຈລະຈາ ຢູ່ ສານ, ບັນດາສະມາຊິກສະພາແຫ່ງຊາດ ສ່ວນຫຼາຍໄດ້ເຫັນດີເປັນເອກະພາບຕໍ່ໃບສະເໜີຂອງລັດຖະບານ ແລະ ບົດລາຍງານການກວດກາຢັ້ງຢືນຂອງ ສະພາແຫ່ງຊາດ ກ່ຽວກັບຄວາມຈຳເປັນໃນການປະກາດໃຊ້ກົດໝາຍ ແລະ ຖືວ່າເນື້ອໃນຮ່າງກົດໝາຍຮັບປະກັນໄດ້ລັກສະນະຖືກຕ້ອງຕາມລັດຖະທຳມະນຸນ, ຕາມກົດໝາຍ ແລະ ລັກສະນະທີ່ເປັນເອກະພາບຂອງລະບົບກົດໝາຍ, ສອດຄ່ອງກັບບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງເຊິ່ງ ຫວຽດນາມ ເປັນສະມາຊິກ.

        ການໄກ່ເກ່ຍ, ເຈລະຈາຢູ່ສານ ໄດ້ລະບຸໄວ້ໃນຮ່າງກົດໝາຍທີ່ໄດ້ສະເໜີຕໍ່ສະພາແຫ່ງຊາດແມ່ນກົນໄກນິຕິກຳໃໝ່ກ່ຽວກັບການໄກ່ເກ່ຍ, ເຈລະຈາຢູ່ສານ ເພື່ອໃຫ້ ສຳນັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນເລືອກເອົາວິທີການແກ້ໄຂການຂັດແຍ່ງ. ກົນໄກນີ້ຈະລະດົມໄດ້ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນສັງຄົມ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດ, ຂໍ້ຈຳກັດຂອງກົນໄກໄກ່ເກ່ຍ, ເຈລະຈາ ທີ່ພວມໄດ້ຮັບການປະຕິບັດໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ