ສະ​ພາ​ແຫ່ງ​ຊາດ​ເຫັນ​ດີ​ກັບ​ເປົ້າ​ໝາຍ​​ເຕີບ​ໂຕ GDP ປະ​ມານ 6% ປີ 2021​

(VOVWORLD) - ມະຕິໄດ້ວາງອອກບາງຕົວເລກຄາດໝາຍຕົ້ນຕໍຄື: ຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ເພີ່ມຂຶ້ນປະມານ 6%. ລະດັບ GDP ສະເລ່ຍໃສ່ຕໍ່ຫົວຄົນບັນລຸປະມານ 3.700 USD/ຄົນ…

ສະ​ພາ​ແຫ່ງ​ຊາດ​ເຫັນ​ດີ​ກັບ​ເປົ້າ​ໝາຍ​​ເຕີບ​ໂຕ GDP ປະ​ມານ 6% ປີ 2021​ - ảnh 1ສະພາແຫ່ງຊາດຮັບຮອງເອົາມະຕິວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ ປີ 2021

(ພາບ: quochoi.vn) 

ໃນວາລະປະຊຸມທີ່ດຳເນີນໃນຕອນເຊົ້າວັນທີ 11 ພະຈິກ ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021 ດ້ວຍສະມາຊິກເຫັນດີເປັນຈຳນວນຫຼາຍ. ມະຕິໄດ້ຊີ້ແຈ້ງເປົ້າໝາຍສັງລວມ ທີ່ວາງອອກໃຫ້ແກ່ປີ 2021 ແມ່ນ ສຸມໃສ່ປະຕິບັດ ເປົ້າໝາຍ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ ບົນພື້ນຖານຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ຊຸກຍູ້ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ທີ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ້ງແຍ້ງ, ພັດທະນາ ຕະຫຼາດພາຍໃນປະເທດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ