ສະພາແຫ່ງຊາດເຫັນດີຫຼຸດຜ່ອນຮອງນາຍົກລັດຖະມົນຕີໜຶ່ງຕຳແໜ່ງໃນອາຍຸການ 2021 – 2026

(VOVWORLD) -ສະມາຊິກສະພາແຫ່ງຊາດ 479 ທ່ານຢູ່ຫໍປະຊຸມ ໄດ້ເຫັນດີຕໍ່ມະຕິກ່ຽວກັບໂຄງປະກອບຈຳນວນສະມາຊິກລັດຖະບານອາຍຸການ 2021 – 2026 ດ້ວຍຮອງນາຍົກລັດຖະມົນຕີ 4 ທ່ານ
ສະພາແຫ່ງຊາດເຫັນດີຫຼຸດຜ່ອນຮອງນາຍົກລັດຖະມົນຕີໜຶ່ງຕຳແໜ່ງໃນອາຍຸການ 2021 – 2026 - ảnh 1 ສະມາຊິກສະພາແຫ່ງຊາດ 479 ທ່ານຢູ່ຫໍປະຊຸມໄດ້ເຫັນດີຕໍ່ມະຕິກ່ຽວກັບໂຄງປະກອບຈຳນວນສະມາຊິກລັດຖະບານອາຍຸການ 2021 – 2026
(ພາບ: TTXVN)

ຕອນເຊົ້າວັນທີ 28 ກໍລະກົດ, ສະມາຊິກສະພາແຫ່ງຊາດ 479 ທ່ານຢູ່ຫໍປະຊຸມ (ກວມເອົາ 95,99% ຈຳນວນສະມາຊິກສະພາແຫ່ງຊາດ) ໄດ້ເຫັນດີຕໍ່ມະຕິກ່ຽວກັບໂຄງປະກອບຈຳນວນສະມາຊິກລັດຖະບານອາຍຸການ 2021 – 2026 ດ້ວຍຮອງນາຍົກລັດຖະມົນຕີ 4 ທ່ານ, ຫຼຸດລົງ 1 ທ່ານເມື່ອທຽບໃສ່ອາຍຸການ 2016 – 2021.

ຕາມນັ້ນແລ້ວ, ການນຳລັດຖະບານລວມມີນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ 4 ທ່ານ, ຄາດວ່າຈະຈັດແບ່ງວຽກງານຊີ້ນຳໃນບັນດາຂົງເຂດການທູດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງກົດໝາຍ, ຈັດຕັ້ງກົງຈັກ, ສາສະໜາ, ຊົນເຜົ່າ; ເສດຖະກິດສັງລວມ ແລະ ກວດກາ, ແກ້ໄຂການຮ້ອງທຸກ, ຟ້ອງຮອງ; ເສດຖະກິດຕາມຂະແໜງ; ວິທະຍາສາດສຶກສາ - ວັດທະນະທຳສັງຄົມ. ລັດຖະມົນຕີບັນດາກະຊວງ 18 ທ່ານ, ຫົວໜ້າອົງການທຽບເທົ່າກະຊວງ 4 ທ່ານ.

ຕອນເຊົ້າວັນດຽກກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍື່ນສະເໜີບັນຊີລາຍຊື່ເພື່ອໃຫ້ສະພາແຫ່ງຊາດໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ສະມາຊິກອື່ນຂອງລັດຖະບານ. ບັນດາສະມາຊິກສະພາແຫ່ງຊາດໃຫ້ສັດຕະຍາບັນເນື້ອໃນດັ່ງກ່າວໃນຕອນບ່າຍວັນດຽວກັນ.

ແລະກໍ່ໃນຕອນເຊົ້າວັນທີ 28 ກໍລະກົດ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການແຕ່ງຕັ້ງບຸກຄະລາກອນຜູ້ພິພາກສາສານປະຊາຊົນສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ