ສະພາ​​ແຫ່ງ​ຊາດ​​ແຟງ​ລັງ ​ໃຫ້​ສັດຕະຍາບັນ​ທ່ານ​ນາງ Sanna Marin ​ເປັນນາຍົກລັດຖະມົນຕີ

(VOVWORLD) -    ດ້ວຍຈໍານວນເຫັນດີ 99 ບັດ ແລະ ບັດຄ້ານ 70 ບັດ, ວັນທີ 10 ທັນວາ, ສະພາແຫ່ງຊາດແຟງລັງ ໄດ້ໃຫ້ສັດຕະຍາບັນເລື່ອງແຕ່ງຕັ້ງທ່ານນາງ Sanna Marin, ອາຍຸ 34 ປີ ດໍາລົງຕໍ່າແໜ່ງເປັນນາຍົກລັດຖະມົນຕີ ເຊິ່ງເປັນນາຍົກລັດຖະມົນຕີຜູ້ໜຸ່ມທີ່ສຸດໃນໂລກ.
ສະພາ​​ແຫ່ງ​ຊາດ​​ແຟງ​ລັງ ​ໃຫ້​ສັດຕະຍາບັນ​ທ່ານ​ນາງ Sanna Marin ​ເປັນນາຍົກລັດຖະມົນຕີ - ảnh 1ທ່ານນາງ Sanna Marin (ພາບ: THX/TTXVN)

        ກ່ອນໜ້ານັ້ນ, ວັນທີ 8 ທັນວາ, ພັກສັງຄົມປະຊາທິປະໄຕ, ພັກຝ່າຍການເມືອງນໍາພາອໍານາດການປົກຄອງ ສະຫະພັນ ພັກຝ່າຍຊ້າຍ 5 ຝ່າຍຢູ່ ແຟງລັງ ໄດ້ເລືອກຕັ້ງທ່ານນາງລັດຖະມົນຕີກະຊວງຄົມມະນາຄົມ Sanna Marin ເປັນນາຍົກລັດຖະມົນຕີຂອງປະເທດນີ້ ເພື່ອແທນໃຫ້ທ່ານນາຍົກລັດຖະມົນຕີ Antti Rinne ທີ່ຫາກໍປະກາດລາອອກຈາກຕໍ່າແໜ່ງ. ກ່າວຄໍາເຫັນພາຍຫຼັງຍາດໄດ້ຊະນະໃນການເລືອກຕັ້ງ, ທ່ານນາງ Sanna Marin ໃຫ້ຮູ້ວ່າ ໜ້າທີ່ໃນຕໍ່ໜ້າຂອງທ່ານນາງ ແມ່ນກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ລັດຖະບານ.

        ຕາມແຜນການ, ພິທີສາບານຕົວຮັບດໍາລົງຕໍ່າແໜ່ງຂອງທ່ານນາງ Sanna Marin ຢູ່ ສະພາແຫ່ງຊາດ ຈະດໍາເນີນຢ່າງເປັນທາງການໃນວັນທີ 10 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ