ສະພາແຫ່ງຊາດໃຫ້ສັດຕະຍາບັນເອກະສານສຳຄັນ 2 ສະບັບ, ເປີດກາລະໂອກາດແຊກຊຶມເຂົ້າຕະຫຼາດອີ​ຢູ

(VOVWORLD) -ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງສສ.ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ມະຕິຮັບຮອງເອົາສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກສະຫະພາບເອີລົບ (EVIPA).

ສະພາແຫ່ງຊາດໃຫ້ສັດຕະຍາບັນເອກະສານສຳຄັນ 2 ສະບັບ, ເປີດກາລະໂອກາດແຊກຊຶມເຂົ້າຕະຫຼາດອີ​ຢູ - ảnh 1 ສະພາແຫ່ງຊາດໃຫ້ສັດຕະຍາບັນເອກະສານສຳຄັນ 2 ສະບັບ, ເປີດກາລະໂອກາດແຊກຊຶມເຂົ້າຕະຫຼາດອີຢູ

(ພາບ: quochoi.vn)

ຕອນເຊົ້າວັນທີ 08 ມິຖຸນາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ດ້ວຍຄະແນນເຫັນດີສ່ວນຫຼາຍ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງສສ.ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ມະຕິຮັບຮອງເອົາສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກສະຫະພາບເອີລົບ (EVIPA).

        ເຂົ້າຮ່ວມກອງປະຊຸມ ແລະ ເປັນສັກຂີພິຍານການລົງຄະແນນສຽງຂອງສະພາແຫ່ງຊາດສຳລັບເອກະສານ 2 ສະບັບດັ່ງກ່າວ ມີທ່ານຫົວໜ້າຜູ້ຕາງໜ້າຄະນະຜູ້ແທນສະຫະພາບເອີລົບ ປະຈຳຫວຽດນາມ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກອີຢູ ປະຈຳຫວຽດນາມ.

        ຜົນມີຢູ່ວ່າ, ມີສະມາຊິກສະພາແຫ່ງຊາດ 94,62% ໄດ້ກົດປຸ່ມເຫັນດີຮັບຮອງເອົາສັນຍາ EVFTA, ສຳລັບ EVIPA ແມ່ນ 95,45%. ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຖືວ່າ.

        “ເລື່ອງຮັບຮອງເອົາສັນຍາແມ່ນເໝາະສົມກັບແຜນນະໂຍບາຍການຕ່າງປະເທດ, ມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ທີ່ສຸດ ດ້ວຍ 27 ປະເທດສະມາຊິກສະຫະພາບເອີລົບ, ມີຫຼາຍປະເທດພວມຢືນຢູ່ແຖວໜ້າໂລກກ່ຽວກັບການລົງທຶນ ແລະ ການຄ້າ. ຜົນປະໂຫຍດທີ່ໄດ້ຮັບນັ້ນແມ່ນຊຸກຍູ້ການເພີ່ມທະວີການຄ້າ 2 ສົ້ນ, ເຂົ້າຮ່ວມລະບົບສະໜອງທົ່ວໂລກ, ເພີ່ມຂອບຂະໜາດການສົ່ງອອກຫຼາຍຂະແໜງທີ່ມີທ່າແຮງ. ປະຊາຊົນໄດ້ສຳຜັດກັບສິນຄ້າ, ວັດຖຸດິບ, ອຸປະກອນກົນຈັກ, ພິເສດແມ່ນເຄື່ອງອາໄຫຼ່ລາຄາຖືກແຕ່ມີຄຸນນະພາບສູງ. EVFTA ກໍ່ແມ່ນກາລະໂອກາດເພື່ອຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີກວ່າເກົ່າ, ປັບປຸງລະບອບລະບຽບການ”.

        ຄາດວ່າ, ສັນຍາຈະເລີ່ມມີຜົນສັດສິດໃນວັນທີ 01 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ