ສະມັດຊາໃຫຍ່ສປຊຍົກສູງບັນດາຄຸນຄ່າຂອງ UNCLOS

(VOVWORLD) -ຄຳກ່າວປາໄສຂອງບັນດາປະເທດຢູ່ກອງປະຊຸມໄດ້ຍົກສູງຄຸນຄ່າແບບກວມລວມ, ສະເໝີຕົ້ນສະເໝີປາຍ ແລະ ຮອບດ້ານຂອງສົນທິສັນຍາສະຫະປະຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ສະມັດຊາໃຫຍ່ສປຊຍົກສູງບັນດາຄຸນຄ່າຂອງ UNCLOS - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ

(ພາບ: TTXVN)

ວັນທີ 08 ທັນວາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບມະຫາສະມຸດ ແລະ ກົດໝາຍວ່າດ້ວຍທະເລ ທີ່ສຳນັກງານຕັ້ງຢູ່ນິວຢອກ. ຄຳກ່າວປາໄສຂອງບັນດາປະເທດຢູ່ກອງປະຊຸມໄດ້ຍົກສູງຄຸນຄ່າແບບກວມລວມ, ສະເໝີຕົ້ນສະເໝີປາຍ ແລະ ຮອບດ້ານຂອງສົນທິສັນຍາສະຫະປະຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ພິເສດ, ບັນດາປະເທດອາເມລິກາ, ອັງກິດ, ເຢຍລະມັນ, ຍີ່ປຸ່ນ, ອົດສະຕາລີ ເປີດເຜີຍເຕື້ອງເຖິງບັນຫາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຮຽກທວງສິດດ້ານນິຕິທຳຢູ່ທະເລຕາເວັນອອກ, ຢືນຢັນເລື່ອງກຳນົດບັນດາຄຳຮຽກທວງສິດກ່ຽວກັບສິດປະຫວັດສາດ ແລະ ຄຳຮຽກທວງສິດດ້ານປະຫວັດສາດສຳລັບຊັບພະຍາກອນທະເລ, ກຳນົດເສັ້ນພື້ນຖານທີ່ຢູ່ເຂດໝູ່ເກາະ ແລະ ການກຳນົດລະບອບລະບຽບການຢູ່ເກາະຕ່າງໆຕ້ອງເໝາະສົມກັບ UNCLOS, ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແລະ ພັນທະແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ, ເໝາະສົມກັບ UNCLOS.

ກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບາງເຫດການທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ, ລ່ວງລະເມີດສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຢ່າງຮ້າຍແຮງ, ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ບໍ່ເຄື່ອນໄຫວດ້ານການທະຫານ ຫຼື ດຳເນີນບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມທະວີການຂັດແຍ້ງ, ສົ່ງຜົນສະທ້ອນເຖິງຄວາມປອດໄພ, ໝັ້ນຄົງໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ປະຕິບັດ ຖະແຫຼງການຮ່ວມວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອໃນແທດຈິງ ແລະ ມີປະສິດທິຜົນຢ່າງຄົບຖ້ວນ, ເໝາະສົມກັບ UNCLOS ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ