ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

(VOVWORLD) - ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ. 

ນີ້ແມ່ນນ້ຳໃຈຂອງສະມາຄົມພຸດທະສາສະໜາ ຫວຽດນາມ ເພືຶ່ອແນໃສ່ໜູນຊ່ວຍພະສົງສຳມະເນນ, ພຸດທະສາສະນິກະຊົນລາວ ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ ເມື່ອລັດຖະບານຈັດວາງຄຳສັ່ງປິດລ້ອມ ຍ້ອນໂລກລະບາດໂຄວິດ-19.

        ປະຈຸບັນ, ສະມາຄົມພຸດທະສາສະໜາ ຫວຽດນາມ ພວມຂົນຂວາຍພຸດທະສາສະນິກະຊົນຢູ່ພາຍໃນປະເທດ ສືບຕໍ່ບໍລິຈາກ ເພື່ອໜູນຊ່ວຍ, ແບ່ງເບົາຄວາມຫຍຸ້ງຍາກ ບໍ່ພຽງແຕ່ສຳລັບພະສົງສຳມະເນນ ລາວ ເທົ່ານັ້ນ ຫາກນັບທັງພະສົງສຳມະເນນ ກຳປູເຈຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ