ສະມາຄົມສາສະໜາກາວດາຍເຄື່ອນໄຫວສາສະໜາສະເໝີພາບພ້ອມກັບ ປະຊາຊົນທົ່ວປະເທດກໍ່ສ້າງປະເທດ

ສະມາຄົມສາສະໜາກາວດາຍເຄື່ອນໄຫວສາສະໜາສະເໝີພາບພ້ອມກັບ ປະຊາຊົນທົ່ວປະເທດກໍ່ສ້າງປະເທດ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາສະໜາ
ກາວ​ດາຍ ຢູ່ຮ່າໂນ້ຍປີ 2015
(ພາບ: daidoanket.vn)

(vovworld) – ​ ​ ວັນ​ທີ 28/03, ຢູ່​ໂບດ ​ເຈົາມີ​ງ, ສະມາຄົມ​ສາສະໜາກາວ​ດາຍ ຕຽນ​ທຽນ, ຕາ​ແສງ ຕຽນ​ທູ​ຍ, ​ເມື​ອງ ​ເຈົາ​ແທ່ງ ​ແຂວງ ​ເບ​໋ນ​ແຈ, ​ສະມາຄົມ​ສາສະໜາ ​ແລະ ສາສະໜາ ກາວ​ດາຍ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາສະໜາ ກາວ​ດາຍ (1926 - 2016). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ເຈີ່ນ​ຕ໋ວນຮຸ່ງ, ຮອງ​ຫົວໜ້າ​ຄະນະ​ສາສະໜາ​ລັດຖະບານ, ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ສາມັກຄີ, ບັນດາ​ສະມາຄົມ​ສາສະໜາ ​ແລະ ສາສະໜາ​ກາວ​ດາຍ​ ຈະ​ບັນລຸ​​ໄດ້​ຜົນງານ​ອັນ​ດີງາ​​ມຫລາຍ​ຢ່າງ​ກ່ວາ​ອີກ, ປະກອບສ່ວນ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫວຽດນາມ. ກ່ອນ​ນີ້ 90 ປີ, ສາສະໜາ ກາວ​ດາຍ ຈັດ​ຕັ້ງ​ພິທີ​ສ້າງ​ຕັ້ງ​ສາສະໜາ​ຢູ່​ວັດ ກໍ່​ແກ໋ນ ​ແຂວງ ​ໄຕ​ນີງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະ​ຊາ​ຊົນ​ພາກ​ໃຕ້​ສ່ວນ​ໜຶ່ງ. ປະຈຸ​ບັນ, ສາສະໜາ​ກາວ​ດາຍ​ມີ​ສາສະ​ນິກກະ​ຊົນ​ພາຍ​ໃນ​ປະ​ເທດ​ປະມານ 2,5 ລ້ານ​ຄົນ ​ແລະ ສາສະ​ນິກຫະຊົນ​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ປະມານ 30.000 ຄົນ.

ຂ່າວ/ບົດ​ອື່ນ