ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ

(VOVWORLD) -   ສະມາຄົມອາຊີບຫາປາ ຫວຽດນາມ ຫາກໍມີໜັງສືທາງການສົ່ງໄປຍັງຫ້ອງວ່າການລັດຖະບານ ຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບເລື່ອງ ຄັດຄ້ານ ຈີນ ຫ້າມບໍ່ໃຫ້ຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ.
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ - ảnh 1(ພາບປະກອບ: TTXVN)

ຕາມສະມາຄົມອາຊີບຫາປາ ຫວຽດນາມ ແລ້ວ, ຫວ່າງມໍ່ໆມານີ້, ທາງຝ່າຍ ຈີນ ໄດ້ປະກາດຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ, ໂດຍເລີ່ມມີຜົນສັກສິດມາແຕ່ວັນທີ 1 ພຶດສະພາ ແລະ ຄາດວ່າຈະແກ່ຍາວເປັນເວລາ 3 ເດືອນ. ຂອບເຂດໃນຄຳສັ່ງຫ້າມສະບັບດັ່ງກ່າວລວມມີ ສ່ວນໜຶ່ງຂອງເຂດທະເລອ່າວພາກເໜືອ ແລະ ໝູ່ເກາະຮວ່າງຊາ ຂອງ ຫວຽດນາມ. ນີ້ແມ່ນການກະທຳຕາມລຳພັງໃຈ, ຊ້ຳໄປຊ້ຳມາ ແລະ ໄຮ້ເຫດຜົນຂອງ ຈີນ, ເຊິ່ງລະເມີດອະທິປະໄຕຂອງ ຫວຽດນາມ, ຂອບເຂດສິດ ແລະ ຜົນປະໂຫຍດອື່ນຂອງ ຫວຽດນາມ ໃນເຂດເສດຖະກິດຈຳເພາະຂອງ ຫວຽດນາມ ຢ່າງຮ້າຍແຮງ. ພ້ອມດຽວກັນນັ້ນ ກໍລະເມີດກົດໝາຍສາກົນ, ໄປຝືນກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ.

        ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຢ່າງແຮງຕໍ່ການກະທຳທີ່ຜິດພາດ, ຕາມລຳພັງໃຈ, ຊ້ຳໄປຊ້ຳມາຂອງ ຝ່າຍ ຈີນ. ຄຳສັ່ງຫ້າມຫາປາຂອງ ຈີນ ແມ່ນບໍ່ມີຄຸນຄ່າໃນເຂດທະເລທີ່ຂຶ້ນກັບອະທິປະໄຕຂອງ ຫວຽດນາມ. ພ້ອມທັງຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິການປະຕິບັດຄຳສັ່ງຫ້າມຫາປາທີ່ໄຮ້ເຫດຜົນນີ້ຢູ່ທະເລຕາເວັນອອກ, ລວມທັງຢູ່ບັນດາເຂດທະເລຂຶ້ນກັບອະທິປະໄຕຂອງ ຫວຽດນາມໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ